ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂກ​ລົມ​ເບຍ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ນາ​ມາ ເຂົ້າ​ຢ້ຽມ​ອຳ​ລາ

(VOVWORLD) -     ຕອນບ່າຍວັນທີ 28 ມິຖຸນາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂກລົມເບຍ Miguel Angel Rodriguez Melo ແລະ ທ່ານເອກອັກຄະລັດຖະທູດ ປານາມາ Elogio Alberto Salas ເຂົ້າຢ້ຽມອຳລາ, ສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂກ​ລົມ​ເບຍ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ນາ​ມາ ເຂົ້າ​ຢ້ຽມ​ອຳ​ລາ - ảnh 1ທ່ານປະທານປະເທດ ຫວຽດນາມ ໂຕເລິມ  ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ໂກລົມເບຍ Miguel Angel Rodriguez Melo (ພາບ: VOV)
 ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ໂກລົມເບຍ Miguel Angel Rodriguez Melo, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງທີ່ຕັ້ງບົດບາດຂອງ ໂກລົມເບຍ ຢູ່ພາກພື້ນ ອາເມລິກາ ລາຕິນ ແລະ ຫວຽດນາມ ສະໜັບສະໜູນວິວັດທະນາການສ້າງສັນຕິພາບຢູ່ ໂກລົມເບຍ ຢ່າງແຮງ. ໂດຍສັງເກດເຫັນວ່າສອງປະເທດຍັງມີກຳລັງບົ່ມຊ້ອນຮ່ວມມື, ທ່ານປະທານປະເທດສະເໜີໃຫ້ສອງຝ່າຍສືບຕໍ່ສ້າງສະພາບແວດລ້ອມດຳເນີນທຸລະກິດ ແລະ ລົງທຶນຢ່າງສະດວກ ເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງ ປະຊາຄົມວິສາຫະກິດ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 1 ຕື້ USD ໃນໄລຍະຈະມາເຖິງ.
ທ່ານ​ປະ​ທານ​ປະ​ເທດ ໂຕ​ເລິມ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂກ​ລົມ​ເບຍ ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ປາ​ນາ​ມາ ເຂົ້າ​ຢ້ຽມ​ອຳ​ລາ - ảnh 2ທ່ານປະທານປະເທດ ຫວຽດນາມ ໂຕເລິມ  ຕ້ອນຮັບທ່ານ ເອກອັກຄະລັດຖະທູດ ປານາມາ Eligio Alberto Salas (ພາບ: VOV)

        ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ປານາມາ Eligio Alberto Salas, ທ່ານປະທານປະເທດ ໂຕເລິມ ເນັ້ນໜັ້ກວ່າ ຫວຽດນາມ ປາດຖະໜາຢາກພັດທະນາ ແລະ ຍົກສູງປະສິດທິຜົນການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ, ທັງດ້ານການເມືອງ - ການທູດ, ເສດຖະກິດ - ການຄ້າ, ການເດີນເຮືອ, ການເງິນການທະນາຄານ, ການພົວພັນແລກປ່ຽນປະຊາຊົນ. ນອກຈາກບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອແລ້ວ, ທ່ານປະທານປະເທດ ກໍສະເໜີໃຫ້ສອງຝ່າຍສືບຕໍ່ເປີດກວ້າງການຮ່ວມມືໃນບັນດາຂົງເຂດວັດທະນະທຳ, ກິລາ, ການພົວພັນແລກປ່ຽນປະຊາຊົນ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ