(vovworld) - ວັນທີ 25/07, ທ່ານລັດຖະມົນຕີກະຊວງພັດທະນາເຂດອິດສຣາແອນ Silvan Shalom ໄດ້ເປີດເຜີຍວ່າ ການເຈລະຈາສັນຕິພາບລະຫວ່າງ ປາແລດສຕິນ ແລະ ອິດສຣາແອນ ໂດຍອາເມລິກາ ອຸປະຖຳອາດສຈະເລີ່ມປະຕິບັດໃນວັນທີ 30/07 ຈະມາເຖິງ, ແຕ່ທັງ 2 ຝ່າຍຍັງບໍ່ທັນປະກາດເວລາດຳເນີນຢ່າງລະອຽດ. ຕອບສຳພາດທີ່ການພົບປະກັບຝ່າຍອິດສຣາແອນ ຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ ທີ່ຖືກຢືດຄອງ, ທ່ານ Silvan Shalom ຖະແຫຼງວ່າ ອິດສຣາແອນ ປາດຖະໜາວ່າ ການເຈລະຈາຈະເລີ່ມປະຕິບັດໃນອາທິດໜ້າ ແລະ ໃຫ້ຮູ້ວ່າ “ຖ້າບໍ່ມີການປ່ຽນແປງ, ການເຈລະຈາອາດຈະດຳເນີນໃນວັນທີ 30/07 ຢູ່ວໍຊິງຕັນ”. ໂຄສົກຂອງປະທານາທິບໍດີປາແລດສຕິນ Nabil Abu Rudeina ໃຫ້ຮູ້ວ່າ ປາແລດສຕິນ ຍັງລໍຖ້າຄຳເຊີນຈາກຝ່າຍອາເມລິກາ ຢ່າງເປັນທາງການ ສຳລັບຄະນະເຈລະຈາຂອງປະເທດນີ້ ແລະ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາສິ່ງທີ່ໄດ້ໃຫ້ຄຳໝັ້ນສັນຍາກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ຢ່າງຖືກຕ້ອງ.
ໃນອາທິດກອນ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Kerry ໄດ້ຖະແຫຼງວ່າ ອິດສຣາແອນ ແລະ ປາແລດສຕິນ ຈະເລີ່ມປະຕິບັດການເຈລະຈາສັນຕິພາບຄືນໃໝ່ ຢູ່ວໍຊິງຕັນ ພາຍຫຼັງຖືກຢຸດຕິຊົ່ວຄາວເປັນເວລາ 3 ປີ.