ການເຈລະຈາເສດຖະກິດ - ຍຸດທະສາດລະຫວ່າງ ອາເມລິກາ - ຈີນ ຄັ້ງທີ 6 ຈະຖືກດຳເນີນໄປຢູ່ ປັກກິ່ງ

ການເຈລະຈາເສດຖະກິດ - ຍຸດທະສາດລະຫວ່າງ ອາເມລິກາ - ຈີນ ຄັ້ງທີ 6 ຈະຖືກດຳເນີນໄປຢູ່ ປັກກິ່ງ - ảnh 1
(ພາບປະກອບ: Getty)

(vovworld) - ວັນທີ 13/5, ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ອອກ​ແຈ້ງ​ການ​ວ່າ​ການ​​ເຈ​ລະ​ຈາເສດ​ຖະ​ກິດ ແລະ ຍຸດ​ທະ​ສາດລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ຄັ້ງ​ທີ 6 ຈະ​ຖືກ​ຈັດ​ຕັ້ງ​ຢູ່ ປັກ​ກິ່ງ​ ໃນ​ຕົ້ນ​ເດືອນ 7 ຈະ​ມາ​ເຖິງ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ Jacob Lew ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ສົນ​ທະ​ນາ​ດັ່ງ​ກ່າວ​ພ້ອມ​ກັບ​​ຄູ່​ຕຳ​ແໜ່ງ​ຂອງ​ຝ່າຍ ຈີນ ​ແມ່ນ​ທ່ານ ຫວາງ​ເຈຍ​ຈື, ກຳ​ມະ​ການ​ລັດ​ຖະ​ບານ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ຫວາງ​ຢາງ. ທີ່​ການ​​ເຈ​ລະ​ຈາ​ຄັ້ງ​ທີ 6 ນີ້, ສອງ​ຝ່າຍ​ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ ແລະ ກາ​ລະ​ໂອ​ກາດ​ເຊິ່ງ​ສອງ​ປະ​ເທດ​ພວມ​ຕ້ອງ​ປະ​ເຊີນ​ໜ້າ, ນັບທັງ​​ການ​ພົວ​ພັນ​ສອງ​ຝ່າຍ, ພາກ​ພື້ນ ແລະ ທົ່ວ​ໂລກ. ການ​​ເຈ​ລະ​ຈາ​ກໍ່​ແມ່ນ​ການ​ສືບ​ຕໍ່​ບັນ​ດາ​ຫົວ​ຂໍ້​ເຊີ່ງ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ John Kerry ໄດ້​ປຶກ​ສາ​ຫາ​ລື​ກັບ​ຝ່າຍ ຈີນ ໃນ​ການ​ຢ້ຽມ​ຢາມ ປັກ​ກິ່ງ ເມື່ອເດືອນ 2 ຜ່ານ​ມາ ແລະ ການ​ຢ້ຽມ​ຢາມ​ ປັກ​ກິ່ງ ຂອງທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ Jacob Lew ໃນ​ສັບ​ປະ​ດານີ້.

ຂ່າວ/ບົດ​ອື່ນ