ກຳປູເຈຍ ປະກາດເປີດກວ້າງເຂດຫ້າມບິນ
(VOVWORLD) - ທ່ານ Sin Chansereywattha ລັດຖະມົນຕີການຕ່າງປະເທດ ທັງເປັນໂຄສົກຄະນະເລຂານຸການ SSCA ໄດ້ໃສໃຈ່ວ່າ ບັນດາຖ້ຽວບິນລະຫວ່າງ ກຳປູເຈຍ ແລະ ໄທປັດຈຸບັນຍັງມີການເຄື່ອນໄຫວເປັນປົກກະຕິ.
ປະຊາຊົນອົບພະຍົບອອກຈາກເຂດປະທະກັນ (ພາບ: THX/TTXVN) |
ວັນທີ 26 ກໍລະກົດ ອົງການການບິນພົນລະເຮືອນ ກຳປູເຈຍ (SSCA) ປະກາດຫ້າມບັນດາຖ້ຽວບິນຜ່ານເຂດປະທະກັນຢູ່ເຂດນານຟ້າຂອງປະເທດນີ້, ພ້ອມທັງເປີດກວ້າງເຂດຫ້າມບິນໄປຍັງບັນດາແຂວງ Poipet, Pailin ແລະ ເຄິ່ງເໜຶ່ງຂອງແຂວງ Siem Reap. ທ່ານ Sin Chansereywattha ລັດຖະມົນຕີການຕ່າງປະເທດ ທັງເປັນໂຄສົກຄະນະເລຂານຸການ SSCA ໄດ້ໃສໃຈ່ວ່າ ບັນດາຖ້ຽວບິນລະຫວ່າງ ກຳປູເຈຍ ແລະ ໄທປັດຈຸບັນຍັງມີການເຄື່ອນໄຫວເປັນປົກກະຕິ.
ກ່ອນໜ້ານັ້ນ, SSCA ໄດ້ອອກແຈ້ງການຮຽກຮ້ອງເຮືອບິນທຸກລຳ ທີ່ບິນຜ່ານປະເທດນີ້ຕ່ຳກ່ວາຄວາມສູງ 11.000 ແມັດຕ້ອງປ່ຽນທິດຫຼີກແນ່ໃສ່ຫລີກລ້ຽງທຸກຄວາມສ່ຽງ. ຂໍ້ກຳນົດນີ້ມີຜົນບັງຄັບໃຊ້ນັບແຕ່ວັນທີ 25 ກໍລະກົດ ຈົນຮອດເວລາມີແຈ້ງການໃໝ່. ແລະ ກໍ່ໃນວັນດຽວກັນ, ກຳປູເຈຍ ໄດ້ປິດປະຕູໂຮງຮຽນ 536 ແຫ່ງຢູ່ 5 ແຂວງ ຍ້ອນການປະທະກັນເຂດຊາຍແດນກັບໄທ. ໃນຂະນະນັ້ນ, ຢູ່ໄທ, ຫ້ອງວ່າການຄະນະກຳມະການສຶກສາໂດຍພື້ນຖານ (Obec) ໄດ້ອອກຄຳສັ່ງປິດປະຕູໂຮງຮຽນ 751 ແຫ່ງ ຢູ່ເຂດທີ່ມີຄວາມສ່ຽງສູງຢູ່ລຽມຕາມເຂດຊາຍແດນຕິດກັບ ກຳປູເຈຍ.