ກຳລັງຊາວໜຸ່ມຕະລຸມບອນ Quang Binh ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດ ປຊຊ
![ກຳລັງຊາວໜຸ່ມຕະລຸມບອນ Quang Binh ຮັບນາມມະຍົດວິລະຊົນກຳລັງປະກອບອາວຸດ ປຊຊ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2012_07_04/quang-binh1.jpg)
ທ່ານນາງຮອງປະທານປະເທດ Nguyen Thi Doan ມອບນາມມະຍົດ
ວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ກຳລັງ ຊາວໜຸ່ມຕະລຸມບອນ
ພາບ:internet
|
( vovworld ) – ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ Quang Binh, ຕອນເຊົ້າວັນທີ 4/7, ທ່ານນາງຮອງປະທານປະເທດ Nguyen Thi Doan ໄດ້ເຂົ້າຮ່ວມ ແລະ ມອບໃບຢັ້ງຢືນນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ກຳລັງຊາວໜຸ່ມຕະລຸມບອນຕ້ານຈັກກະພັດອາເມລິກາເພື່ອກູ້ຊາດແຂວງ Quang Binh. ກຳລັງຊາວໜຸ່ມຕະລຸມບອນແຂວງ Quang Binh ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5/6/1965 ປະກອບດ້ວຍສະມາຊິກກ່ວາ 6500 ຄົນ, ເຖິງວ່າຢູ່ແຫ່ງໃດ ແລະ ໃນບໍ່ວ່າສະພາບການຄືແນວໃດ, ກຳລັງຊາວໜຸ່ມຕະລຸມບອນແຂວງ Quang Binh ລ້ວນແຕ່ມີຄວາມສະຫຼຽວສະຫຼາດ, ມີຫົວຄິດປະດິດສ້າງ, ບໍ່ຢ້ານກົວຕໍ່ການເສຍສະຫຼະ, ສ້າງຜົນງານການສູ້ຮົບທີ່ດີເດັ່ນ, ຜົນງານໃນການສູ້ຮົບຂອງບັນດາອ້າຍເອື້ອຍແມ່ນແບບຢ່າງທີ່ດີໃຫ້ແກ່ລຸ້ນໜຸ່ມປະຈຸບັນ ແລະ ໃນອະນາຄົດ. ທີ່ພິທີຮັບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ, ທ່ານ Ho An Phong ເລຂາຄະນະຊາວໜຸ່ມແຂວງ Quang Binh ຢືນຢັນວ່າ: “ໂດຍໄດ້ສືບຕໍ່ມູນເຊື້ອວິລະຊົນໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາເພື່ອກູ້ຊາດຂອງກຳລັງຊາວໜຸ່ມຕະລຸມບອນແຂວງ Quang Binh ນັ້ນ, ລຸ້ນໜຸ່ມປະຈຸບັນຈະຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ຍົກສູງລະດັບຄວາມຮູ້ໃນທຸກດ້ານ, ເປັນເຈົ້າການວິທະຍາສາດເຕັກໂນໂລຊີ ແລະ ເຕັກນິກກ້າວໜ້າ, ທັນສະໄໝ, ເຂົ້າຮ່ວມພາລະກິດຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝຢ່າງມີປະສິດທິຜົນ“