ຂະແໜງສຶກສາແລະບຳລຸງສ້າງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
ພາບປະກອບ
(vovworld) – ກະຊວງສຶກສາ ແລະ ບຳລຸງສ້າງຫາກໍ່ອະນຸມັດຜ່ານແຜນຮ່າງ “ສື່ຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປ້ອງກັນ, ຕ້ານໄພທຳມະຊາດໃນໂຮງຮຽນໄລຍະ 2013 - 2020”. ຈຸດໝາຍຂອງແຜນຮ່າງແມ່ນຮອດປີ 2015, ມີພະນັກງານກະຊວງ, ຄູອາຈານ 80% ໄດ້ຮັບການຍົກສູງສະຕິ ແລະ ທັກສະສ່ືຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປ້ອງກັນ, ຕ້ານໄພທຳມະຊາດ. ຮອດປີ 2020, ນັກຮຽນ, ນັກສຶກສາ 95% ໄດ້ຮັບການໂຄສະນາ, ສຶກສາຍົກສູງຄວາມຮູ້ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປ້ອງກັນ, ຕ້ານໄພທຳມະຊາດ. ແຕ່ນີ້ຮອດປີ 2020, ຂະແໜງສຶກສາ ແລະ ບຳລຸງສ້າງຈະຫັນຮູບການສື່ຂ່າວ, ໂຄສະນາເຜີຍແຜ່ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປ້ອງກັນ, ຕ້ານໄພທຳມະຊາດໃນໂຮງຮຽນເປັນຫຼາຍຮູບຫຼາຍແບບ.