(VOVWORLD) - ຢູ່ບັນດາອົງການຕາງໜ້າ ແລະ ສະມາຄົມຄະນະຊາວຫວຽດນາມອາໄສຢູ່ຝລັ່ງ, ວຽກງານກະກຽມ ແລະ ໂຄສະນາພວມໄດ້ດຳເນີນຢ່າງຮີບດ່ວນ.
ທ່ານ ຫວູທ້າຍຮ່າ, ຮອງເລຂາຄະນະພັກປະຈຳ ຝລັ່ງ (ພາບ: VOV) |
ໃນຊຸມວັນນີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງພວມພ້ອມກັນມຸ່ງໄປເຖິງເຫດການສຳຄັນຍິ່ງຂອງປະເທດຊາດແມ່ນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ຢູ່ບັນດາອົງການຕາງໜ້າ ແລະ ສະມາຄົມຄະນະຊາວຫວຽດນາມອາໄສຢູ່ຝລັ່ງ, ວຽກງານກະກຽມ ແລະ ໂຄສະນາພວມໄດ້ດຳເນີນຢ່າງຮີບດ່ວນ. ທ່ານ ຫວູທ້າຍຮ່າ, ຮອງເລຂາຄະນະພັກປະຈຳ ຝລັ່ງແບ່ງປັນວ່າ:
ເຖິງວ່າຢູ່ໄກປະເທດຊາດ, ແຕ່ພວກຂ້າພະເຈົ້າຍາມໃດກໍ່ຕິດຕາມການເລືອກຕັ້ງຢ່າງໃກ້ຊິດ ທີ່ຈະດຳເນີນໃນວັນທີ 15 ມີນາ. ພວກຂ້າພະເຈົ້າມີຄວາມຮັບຮູ້ວ່ານີ້ແມ່ນເຫດການການເມືອງສຳຄັນ ແມ່ນໂອກາດເພື່ອໃຫ້ຜູ້ມີສິດເລືອກຕັ້ງແຕ່ລະຄົນປະຕິບັດສິດເປັນເຈົ້າ, ສະແດງໃຫ້ເຫັນເຈດຈຳນົງ ແລະ ຄວາມຮັບຜິດຊອບຕໍ່ການພັດທະນາຂອງຫວຽດນາມ. ຜ່ານກະຊວງການຕ່າງປະເທດ ແລະ ອົງການຕາງໜ້າຫວຽດນາມ ປະຈຳຝລັ່ງ, ພວກຂ້າພະເຈົ້າໄດ້ຮັບຂໍ້ມູນ, ເອກະສານແນະນຳກ່ຽວກັບການເລືອກຕັ້ງຢ່າງຄົບຖ້ວນ, ເພື່ອຊ່ວຍໃຫ້ພະນັກງານ ແລະ ປະຊາຄົມເຂົ້າໃຈແຈ້ງເປົ້າໝາຍ, ຄວາມໝາຍຂອງເຫດການນີ້.