ຄະນະຜູ້ແທນຂັ້ນສູງພັກແຮງງານ ສປປ.ເກົາຫຼີ ຢ້ຽມຢາມ ອ່າວຮ້າລອງ ເຊິ່ງແມ່ນມໍລະດົກທຳມະຊາດໂລກ

(VOVWORLD) - ການຢ້ຽມຢາມແມ່ນໜຶ່ງໃນບັນດາການເຄື່ອນໄຫວຢູ່ນອກກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຂອງຄະນະການນຳພັກ WPK ຢູ່ຮ່າໂນ້ຍ
ຄະນະຜູ້ແທນຂັ້ນສູງພັກແຮງງານ ສປປ.ເກົາຫຼີ ຢ້ຽມຢາມ ອ່າວຮ້າລອງ ເຊິ່ງແມ່ນມໍລະດົກທຳມະຊາດໂລກ - ảnh 1ທີ່ການຕ້ອນຮັບ (ພາບ:TTXVN )

ວັນທີ 27 ກຸມພາ, ຄະນະການນຳຂັ້ນສູງພັກແຮງງານ ສປປ.ເກົາຫຼີ (WPK) ໂດຍທ່ານ Ri Su Yong ກຳມະການກົມການເມືອງ, ຮອງປະທານຄະນະບໍລິຫານງານພັກ WPK, ຫົວໜ້າຄະນະພົວພັນສາກົນສູນກາງພັກ; ທ່ານ Kim Pyong Hae ຮອງປະທານຄະນະບໍລິຫານງານພັກ WPK ທັງເປັນຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ O Su Yong ຮອງປະທານຄະນະບໍລິຫານງານພັກ WPK, ຫົວໜ້າຄະນະເສດຖະກິດສູນກາງພັກ ນຳໜ້າໄດ້ໄປຢ້ຽມຢາມ ອ່າວຮ້າລອງ ມໍລະດົກທຳມະຊາດໂລກ.

        ຕ້ອນຮັບຄະນະການນຳຂັ້ນສູງພັກ WPK ມີທ່ານ ຫງວຽນວັນດອກ ເລຂາພັກແຂວງ ກວາງນິງ ແລະ ທ່ານ ຫງວຽນດຶກລອງ ປະທານຄະນະກຳມະການປະຊາຊົນແຂວງ ກວາງນິງ.

        ການຢ້ຽມຢາມແມ່ນໜຶ່ງໃນບັນດາການເຄື່ອນໄຫວຢູ່ນອກກອງປະຊຸມສຸດຍອດ ຄັ້ງທີ 2 ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ຂອງຄະນະການນຳພັກ WPK ຢູ່ຮ່າໂນ້ຍ ແລະ ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານພັກ WPK Kim Jong-un.

ຕອບກັບ

ຂ່າວ/ບົດ​ອື່ນ