ພາບປະກອບ:http://healthplus.vn
|
(vovworld)- ງານວາງສະແດງສາກົນຂະແຫນງການຢາການແພດຫວຽດນາມຄັ້ງທີ 22 –VIETNAM MEDIPHARM 2015 ຈະດຳເນີນໄປແຕ່ວັນທີ 13-16/5 ຢູ່ ຮ່າໂນ້ຍ ໂດຍບໍລິສັດຫຸ້ນສ່ວນຂາເຂົ້າຂາອອກການແພດຫວຽດນາມ ສົມທົບກັບບໍລິສັດ ຫຸ້ນສ່ວນງານຕະຫລາດນັດວາງສະແດງ ແລະ ໂຄສະນາຫວຽດນາມ ຈັດຕັ້ງຂຶ້ນ. ເຂົ້າຮ່ວມງານວາງສະແດງຄັ້ງນີ້ ມີຮ້ານວາງ ສະແດງ 450 ຮ້ານ ຂອງ 350 ອົງການ, ກຸ່ມບໍລິສັດ, ວິສາຫະກິດພາຍໃນ ແລະ ຕ່າງປະເທດທີ່ເຄື່ອນໄຫວໃນຂົງເຂດການຢາ, ບໍລິການການແພດ ແລະ ອຸປະກອນການແພດ ມາຈາກຫລາຍປະເທດ ແລະ ເຂດແຄ້ວນ. ບັນດາປະເພດສິນຄ້ານຳມາວາງສະແດງໃນງານວາງສະແດງຄັ້ງນີ້ ແມ່ນບັນດາຜະລິດຕະພັນ, ຜົນງານວິທະຍາສາດເຕັກນິກທີ່ກ້າວຫນ້າໃນໂລກ ແລະ ຂອງຫວຽດນາມ. ໃນຂອບເຂດງານວາງສະແດງ ຍັງດຳເນີນງານວາງສະແດງໂຮງໝໍສາກົນ ຫວຽດນາມ ຄັ້ງທີ 8, ງານວາງສະແດງສາກົນສະເພາະຂະແຫນງປົວແຂ້ວຫວຽດນາມຄັ້ງທີ 4 ແລະການເຄື່ອນໄຫວອື່ນໆອີກ.