ງານ​ວາງ​ສະ​ແດງ​ຫົວ​ຂໍ້ “ໜັງ​ສື​ພິມ​ລາຍ​ວັນ​ສະ​ພາ​ແຫ່ງ​ຊາດ​ກັບ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ”

(VOVWORLD) - ງານວາງສະແດງລວມມີ 2 ພາກ: ພາກທີ 1 - ໜັງສືພິມລາຍວັນສະພາແຫ່ງຊາດກັບການເລືອກຕັ້ງທົ່ວປະເທດຄັ້ງທຳອິດ; ພາກທີ 2 - ງານວາງສະແດງຊຸດສະສົມ ໜັງສືພິມລາຍວັນສະພາແຫ່ງຊາດ 15 ສະບັບທຳອິດ.
ງານ​ວາງ​ສະ​ແດງ​ຫົວ​ຂໍ້ “ໜັງ​ສື​ພິມ​ລາຍ​ວັນ​ສະ​ພາ​ແຫ່ງ​ຊາດ​ກັບ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ” - ảnh 1 ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ເຂົ້າຮ່ວມງານວາງສະແດງ (ພາບ: VOV)

ຕອນເຊົ້າວັນທີ 23 ຕຸລາ ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ເຂົ້າຮ່ວມງານວາງສະແດງດ້ວຍຫົວຂໍ້ “ໜັງສືພິມລາຍວັນສະພາແຫ່ງຊາດກັບການເລືອກຕັ້ງທົ່ວປະເທດຄັ້ງທຳອິດ (6/1/1946)”. ງານວາງສະແດງໂດຍຫ້ອງວ່າການສະພາແຫ່ງຊາດຈັດຂຶ້ນເພື່ອແນໃສ່ມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນຈັດການເລືອກຕັ້ງສະພາແຫ່ງຊາດຫວຽດນາມ ຄັ້ງທຳອິດ (6/1/1946 - 6/1/2026) ແລະ ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຊຸດທີ XV.

ຕອບກັບ

ຂ່າວ/ບົດ​ອື່ນ