ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງການພົວພັນທາງການທູດ ຫວຽດນາມ-ລັດເຊຍ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງ ຫາຍ
ກ່າວຄຳເຫັນທີ່ງານລ້ຽງ
(ພາບ: TTXVN)
(vovworld) - ຕອນຄຳ່ວັນທີ 29/1, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ໄດ້ເຂົ້າຮ່ວມງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ສະຫະພັນລັດເຊຍ (30/1 /1950-30/1/2015) ໂດຍສະຖານທູດສະຫະພັນລັດເຊຍ ປະຈຳຫວຽດ ນາມຈັດຕັ້ງ.
ກ່າວຄຳເຫັນທີ່ງານລ້ຽງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງ ຫາຍ ຖືວ່າ: ໃນໄລຍະ 65 ປີຜ່ານມາໄດ້ຢືນຢັນຢ່າງຈະແຈ້ງທີ່ສຸດວ່າ ປະຫວັດ ສາດແຫ່ງການພົວພັນ ຫວຽດນາມ-ສະຫະພັນລັດເຊຍ ແມ່ນການພົວພັນເຕັມໄປດ້ວຍນ້ຳໃຈມິດຕະພາບ, ການແບ່ງປັນ ແລະ ສະໜັບ ສະໜູນເຊິ່ງກັນ ແລະ ກັນ, ໃນໄລຍະຜ່ານມາ 2 ປະເທດບັນລຸໄດ້ບັນດາຜົນງານທີ່ສຳຄັນໃນບັນດາຂົງເຂດການເມືອງ-ການຕ່າງປະເທດ, ເສດຖະກິດ-ການຄ້າ, ພະລັງງານ, ການຮ່ວມມືປ້ອງກັນຊາດ ປ້ອງກັນຄວາມສະຫງົບ… ໃນໄລຍະໃໝ່, ບົນພື້ນຖານການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, 2 ຝ່າຍຈະບັນລຸໄດ້ບັນດາຜົນງານໃໝ່ຢ່າງ ແນ່ນອນ, ປະກອບສ່ວນສຳຄັນໃນວິວັດການພັດທະນາຢູ່ແຕ່ລະປະເທດ, ເພື່ອສັນຕິພາບ, ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ອຸປະທູດຊົ່ວຄາວສະຫະພັນລັດເຊຍ ປະຈຳຫວຽດນາມ Vadim V.Bublikov ຢືນຢັນວ່າ ເຖິງວ່າສະພາບໂລກມີການຜັນແປຢ່າງສັບ ສົນກໍ່ຕາມ ແຕ່ນຳ້ໃຈມິດຕະພາບອ້າຍນ້ອງ, ນ້ຳໃຈຊ່ວຍເຫຼືອ ແລະ ເຄົາລົບນັບຖືເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ-ສະຫະພັນລັດເຊຍ ບໍ່ອາດປ່ຽນແປງໄດ້, ການພົວພັນລະຫວ່າງ 2 ປະເທດຈະນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ພັດທະນາ.