ຈີນ ປະຕິບັດ “ວີຊາ ອາຊຽນ” ສຳລັບ 11 ປະເທດ ອາຊີຕາເວັນອອກສ່ຽງໃຕ້
(VOVWORLD) - ຈີນ ໄດ້ແຈ້ງໃຫ້ຊາບວ່າ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste. ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວນັດສາມັນ, ທ່ານໂຄສົກ ຫຼີນຈຽນ ໃຫ້ຮູ້ວ່າ ບົນພື້ນຖານຍົກເວັ້ນວີຊາສົມບູນສຳລັບ ສິງກະໂປ, ໄທ, ມາເລເຊຍ ແລະ ອອກ “ວີຊາ ລ້ານຊ້າງ - ແມ່ນ້ຳຂອງ” ໃຫ້ບັນດາປະເທດແມ່ນ້ຳຂອງ.
ທ່ານໂຄສົກ ຫຼີນຈຽນ (ພາບ: ກະຊວງການຕ່າງປະເທດ ຈີນ) |
ວັນທີ 03 ມິຖຸນາ, ຈີນ ໄດ້ແຈ້ງໃຫ້ຊາບວ່າ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste. ເມື່ອກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວນັດສາມັນ, ທ່ານໂຄສົກ ຫຼີນຈຽນ ໃຫ້ຮູ້ວ່າ ບົນພື້ນຖານຍົກເວັ້ນວີຊາສົມບູນສຳລັບ ສິງກະໂປ, ໄທ, ມາເລເຊຍ ແລະ ອອກ “ວີຊາ ລ້ານຊ້າງ - ແມ່ນ້ຳຂອງ” ໃຫ້ບັນດາປະເທດແມ່ນ້ຳຂອງ, ເພື່ອອຳນວຍຄວາມສະດວກກວ່າ ໃນການແລກປ່ຽນບຸກຄະລາກອນຂ້າມຊາຍແດນໃນພາກພື້ນ, ຈີນ ຈະປະຕິບັດ “ວີຊາ ອາຊຽນ” ສຳລັບ 10 ປະເທດ ອາຊຽນ ແລະ Timor Leste - ເຊິ່ງເປັນປະເທດສັງເກດການຂອງ ອາຊຽນ. ດ້ວຍນະໂຍບາຍໃໝ່ນີ້, ຈີນ ຈະອອກວີຊາເຂົ້າເມືອງຫຼາຍຄັ້ງ ທີ່ມີກຳນົດເວລາ 5 ປີ ດ້ວຍເວລາພັກເຊົ່າຫຼາຍສຸດແມ່ນ 180 ວັນ ສຳລັບບັນດາບຸກຄະລາກອນຂອງວິສາຫະກິດ ແລະ ຜົວ/ເມຍ, ລູກເຕົ້າຂອງເຂົາເຈົ້າ ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການມາຈາກ 11 ປະເທດດັ່ງກ່າວ.
ບິກທ້ວນ - ນັກຂ່າວ VOV ປະຈຳ ປັກກິ່ງ