(vovworld) - ວັນທີ 24/10, ທ່ານນາຍົກລັດຖະມົນຕີເນປານ Kumal Dahal ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນເດຍ ຕົນຊິງແທ່ງ, ທັງຮັບໜ້າທີ່ການທູດຢູ່ ບູຕານ ແລະ ເນປານ, ເນື່ອງໃນໂອກາດທ່ານເອກອັກຄະລັດຖະທູດ ໄປປະຕິບັດງານຢູ່ເນປານ. ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຕົນຊິງແທ່ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ ທ່ານນາຍົກລັດຖະມົນຕີ ເນປານ ຈະສືບຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ, ໃນນັ້ນມີການແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ ແລະ ບັນດາຄະນະວິສາຫະກິດ. ແລະກໍໃນວັນດຽວກັນ, ທ່ານເອກອັກຄະລັດຖະທູດ ຕົນຊິງແທ່ງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານລັດຖະມົນຕີກະຊວງການຕ່າງປະເທດເນປານ, ປະລິຍາເອກ Prakash Sharan Mahat, ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຕົນຊິງແທ່ງ ສະເໜີ 2 ປະເທດສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສສາກົນ ແລະ ແຈ້ງໃຫ້ທ່ານລັດຖະມົນຕີກະຊວງການຕ່າງປະເທດ Prakash Sharan Mahat ຊາບກ່ຽວກັບເລື່ອງຫວຽດນາມ ໄດ້ສ້າງຕັ້ງສະຖານກົງສູນຢູ່ Kathmandu. ທ່ານ Prakash Sharan Mahat ໄດ້ຕີລາຄາສູງການພົວພັນ 2 ຝ່າຍ, ພ້ອມທັງສະເໜີໃຫ້ 2 ຝ່າຍພິຈາລະຈາກ່ຽວກັບຂໍ້ຕົກລົງຍົກເວັ້ນວີຊາການທູດໃຫ້ຜູ້ຖື ໜັງສືຜ້ານແດນທາງການທູດ ແລະ ທາງລັດຖະການ.