ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ຊາຍ​ແດນ ຫວຽດ​ນາມ-ຈີນ

(VOVWORLD) -  ງານຕະຫຼາດນັດປີນີ້ມີປະມານ 200 ຮ້ານວາງສະແດງສິນຄ້າຂອງບັນດາວິສາຫະກິດ ຫວຽດນາມ ແລະ ຈີນ...
ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ເຂດ​ຊາຍ​ແດນ ຫວຽດ​ນາມ-ຈີນ - ảnh 1

   ງານຕະຫຼາດນັດການຄ້າ, ການທ່ອງທ່ຽວສາກົນ ຫວຽດນາມ-ຈີນ ຄັ້ງທີ 17 ປີ 2025 ດ້ວຍຫົວຂໍ້ “ການຮ່ວມມືຂະແໜງວີຊາຊີບ-ການຮ່ວມມືພັດທະນາ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 11 ທັນວາຢູ່ຕາແສງ ມອງກາຍ 1 ແຂວງ ກວາງນິງ.

  ນະພິທີ, ທ່ານ ຫວູ້ບາຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ຈີນ ພວມກ້າວເຂົ້າສູ່ “ໄລຍະທອງທີ 2”, ສ້າງພື້ນຖານສະດວກໃຫ້ແກ່ການຄ້າສອງຝ່າຍເຕີບໂຕຢ່າງແຮງ. ໃນ 10 ເດືອນຜ່ານມາ, ການແລກປ່ຽນການຄ້າສອງຝ່າຍບັນລຸ 207.8 ຕື້ USD (ຕາມການສະຖິຕິຂອງຝ່າຍ ຫວຽດນາມ):

   ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ເພີ່ມທະວີການສົມທົບຢ່າງແໜ້ນແຟ້ນກັບບັນດາອຳນາດການປົກຄອງທ້ອງຖິ່ນຂອງ ຈີນ ເພື່ອແນໃສ່ໜູນຊ່ວຍວິສາຫະກິດສອງປະເທດ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືລົງທຶນ, ການຄ້າຢ່າງມີປະສິດທິຜົນ. ໃນນັ້ນ, ກວາງຊີ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ມີບົດບາດສຳຄັນພິເສດ, ແມ່ນປະຕູແລກປ່ຽນການຄ້າລະຫວ່າງສອງປະເທດ ແລະ ແມ່ນທ້ອງຖິ່ນມີການພົວພັນຮ່ວມມືເລິກເຊິ່ງກ້ວາງຂວາງ, ແທດຈິງກັບບັນດາອົງການ, ທ້ອງຖິ່ນຂອງ ຫວຽດນາມ.

  ງານຕະຫຼາດນັດປີນີ້ມີປະມານ 200 ຮ້ານວາງສະແດງສິນຄ້າຂອງບັນດາວິສາຫະກິດ ຫວຽດນາມ ແລະ ຈີນ ພ້ອມກັບບັນດາເຂດວາງສະແດງສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວແຂວງ ກວາງນິງ; ເຂດແນະນຳບັນດາຜະລິດຕະພັນ OCOP ພິເສດສະເພາະຂອງແຂວງ ກວາງນິງ; ເຂດວາງສະແດງຜົນງານເສດຖະກິດ-ສັງຄົມຂອງທ້ອງຖິ່ນສອງປະເທດ…

         

ຕອບກັບ

ຂ່າວ/ບົດ​ອື່ນ