ຊຸກຍູ້ການເປີດສາຍການບິນສາກົນ ດ່າລາດ - ສິງກາໂປ

ຊຸກຍູ້ການເປີດສາຍການບິນສາກົນ ດ່າລາດ - ສິງກາໂປ - ảnh 1
ນະຄອນ ດ່າລາດ
(ພາບປະກອບ)

(vovworld) – ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ​ເປີດ​ສາຍ​ການບິນ​ສາກົນ ດ່າ​ລາດ - ສິງ​ກາ​ໂປ ຖື​ກຈັດ​ຂຶ້ນ​ໃນວັນ​ທີ 21/10, ຢູ່​ສິງ​ກາ​ໂປ, ທ່ານ ຫງວຽນ​ຊວນ​ຕ໋ຽນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ ​ເລີມ​ດົ່ງ ​ໄດ້​ເນັ້ນ​ໜັກ​ວ່າ: ແຂວງ​ຈະ​ສ້າງ​ເງື່ອນ​ໄຂ​ເພື່ອ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຂະຫຍາຍ​ສາຍ​ທ່ອງ​ທ່ຽວ​ສາກົນ​ເຖິງ ດ່າ​ລາ​ດ ກໍ່​ຄື​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກສິນຄ້າ​​ໄປ​ຂາຍ​ໃຫ້ສິງ​ກາ​ໂປ ​ແລະ ​ປະ​ເທດ​ທີ 3, ສົມທົບ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເພື່ອ​ໜູນ​ຊ່ວຍ​ການ​ປະຕິບັ​​ດກົດ​ລະບຽບ​ເຂົ້າ - ອອກ​ເມືອງ​ຢ່າງ​ສະດວກ​ສະບາຍ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ສາກົນ ​ແລະ ສິນຄ້າຜ່ານ​ສະໜາມ​ບິນ ລຽນ​​ເຄືອງ ​ໂດຍ​ໄວ. ພ້ອມ​ທັງ​ສ້າງ​ເງື່ອນ​ໄຂ​ບຸລິມະສິດ ​ແລະ ອຳນວຍຄວາມ​ສະດວກ​ໃຫ້​ແກ່​ບັນດາ​ບໍລິສັດ​ການບິນ​ໄດ້​ເຊົ່າ​ຮາກ​ຖານ ​ພ້ອມ​ກັບ​ນະ​ໂຍບາຍ​ໜູນ​ຊ່ວຍອື່ນໆ​ອີກ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽ​​ດນາມ ​ປະຈຳ​ສິງ​ກາ​ໂປ ​ເຈີ​ນຫາຍ​ເຮົ້າ ​ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ຈຸດ​ເວລາ​ສະດວກ​ເພື່ອ​​ໃຫ້​ບັນດາ​ວິ​ສາ​ຫະກິດ ສິງ​ກາ​ໂປ ຊຸກຍູ້​ການ​ຮ່ວມ​ມື​ກັບ​​​ແຂ​ວງ ​ເລີມ​ດົ່ງ. ສະຖານທູ​ດ ຈະ​ໜູນ​ຊ່ວຍ​ຢ່າງ​ສູງ​ສຸດ ​ແລະ ​ເຮັດ​ຈົນສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊອກ​ຫາ ​ແລະ ຊຸກຍູ້​ກາ​ລະ​ໂອກາດ​ຮ່ວມ​ມື​ລະຫວ່າງ​ປະຊາ​ຄົມ​ວິ​ສາ​ຫະກິດ ສິງ​ກາ​ໂປ ຢູ່ ສິງ​ກາ​ໂປ ​ແລະ ​ແຂວງ ​ເລີມ​ດົ່ງອີກ​ດ້ວຍ.

ຂ່າວ/ບົດ​ອື່ນ