ຊີຣີ: ກຳລັງລຸກຮື້ຂຶ້ນເລີ່ມ ຖອນອອກຈາກໃຈກາງ ນະຄອນ Homs
(ພາບປະກອບ)
(vovworld) – ບັນດາມືປືນລຸກຮື້ຂຶ້ນຊີຣີ ເລີ່ມຖອນອອກຈາກໃຈກາງນະຄອນເກົ່າ Homs ພາຍໃຕ້ການຕິດຕາມກວດກາຂອງບັນດານັກສັງເກດການສະຫະປະຊາຊາດ, ຄະນະກຳມະການໄກ່ເກ່ຍປອງດອງຊາດຂອງລັດຖະບານຊີຣີ ແລະ ເຈົ້າແຂວງ Homs. ການກະທຳດັ່ງກ່າວຖືກດຳເນີນໄປຕາມຂໍ້ຕົກລົງສະບັບໃໝ່ເຊິ່ງຫາກໍ່ໄດ້ຮັບການລົງນາມລະຫວ່າງກຳລັງລຸກຮື້ຂຶ້ນ ກັບອຳນາດການປົກຄອງຊີຣີ ເພື່ອແນໃສ່ຖອນ 2.250 ຄົນ ຈາກເຂດນະຄອນເກົ່າໄປສູ່ເຂດຊົນນະບົດທາງພາກເໜືອ Homs. ດ້ວຍຈຳນວນ 6 ມາດຕາ, ຂໍ້ຕົກລົງດັ່ງກ່າວ ກໍ່ລວມທັງການປ່ອຍຕົວບັນດານັກໂທດຊາວອີຣານ ແລະ ລີບານ ເຊິ່ງພວມຖືກແນວໂຮມອິດສະລາມ - ພັນທະມິດລຸກຮື້ຂຶ້ນໃຫຍ່ກວ່າໝູ່ຢູ່ຊີຣີ ຈັບຕົວ, ພ້ອມທັງອະນຸດຍາດໃຫ້ອຳນາດການປົກຄອງຊີຣີ ຂົນສົ່ງຢຸກຢາ ແລະ ເຄື່ອງອຸປະຖຳເຂົ້າ 2 ເທດສະບານ Nubbol ແລະ Al- Zahraa.