( vovworld ) - ວັນທີ 5/6, ຊີຣີ ໄດ້ເຫັນດີໃຫ້ສະຫະປະຊາຊາດ ແລະ ບັນດາອົງການສາກົນເປີດກວ້າງການເຄື່ອນໄຫວມະນຸຸດສະທຳຢູ່ປະເທດນີ້ ເພື່ອຊ່ວຍເຫຼືອປະຊາຊົນຢ່າງໜ້ອຍສຸດແມ່ນ 1 ລ້ານຄົນ ພາຍຫຼັງການປະທະກັນທີ່ແກ່ຍາວເປັນເວລາ 14 ເດືອນ. ຂໍ້ຕົກລົງນີ້ໂດຍຜູ້ຕາງໜ້າລັດຖະບານຊີຣີ ແລະ ສະຫະປະຊາຊາດລົງນາມຢູ່ສະວິດ. ຕາມຂໍ້ຕົກລົງນີ້ແລ້ວ, ລັດຖະບານຊີຣີ ຈະອະນຸຍາດໃຫ້ຝ່າຍສະຫະປະຊາຊາດສ້າງຕັ້ງບັນດາສະຖານທີ່ຊ່ວຍເຫຼືອມະນຸດສະທຳຢູ່ 4 ນະຄອນຂອງຊີຣີ ລວມທັງຢູ່ເຂດທີ່ເຄັ່ງຮ້ອນ Homs ແລະ Idlib. ການເຄື່ອນໄຫວມະນຸດສະທຳນີ້ຈະແກ່ຍາວເປັນເວລາ 6 ເດືອນ ດ້ວຍຍອດຈຳນວນເງິນແມ່ນ 185 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນຊີຣີ ທີ່ຖືກຜົນສະທ້ອນຈາກການໃຊ້ຄວາມຮຸນແຮງ.
ກ່ຽວຂ້ອງເຖິງສະພາບການຢູ່ຊີຣີ, ວັນທີ 5/6, ຝ່າຍຄ້ານຊີຣີ ໄດ້ຖະແຫຼງວ່າ ຈະຢຸດຕິການປະຕິບັດຂໍ້ຕົກລົງຢຸດຍິງໂດຍສະຫະປະຊາຊາດເປັນຜູ້ໄກ່ເກ່ຍ ເພາະວ່າ ທ່ານປະທານາທິບໍດີຊີຣີ Bashar al Assad ບໍ່ປະຕິບັດຄຳໝັ້ນສັນຍາຢຸດຍິງໃນຊ່ວງເວລາສຸດທ້າຍແມ່ນວັນທີ 1/6.