(ພາບປະກອບ)
(vovworld) - ຕອນຄ່ຳວັນທີ 24/12, ຊາວຄິຼດໃນທົ່ວໂລກໄດ້ຕ້ອນຮັບວັນບຸນ ຄຼິດສມາດ 2012 ດ້ວຍຄວາມເບີກບານມ່ວນຊື່ນ. ຢູ່ຫວຽດນາມ, ປະຊາຊົນ ນະຄອນໂຮ່ຈິມິນ ໄດ້ຕ້ອນຮັບວັນບຸນຄຼິດສມາດ 2012 ແລະ ປີໃໝ່ 2013 ໃນບັນຍາກາດຟົດຟື້ນມ່ວນຊື່ນ. ບັນດາໂບດແຫ່ງໃຫ່ຍໃນບໍລິເວນນະຄອນໄດ້ຮັບການປະດັບປະດາຢ່າງສວຍງາມ. ຢູ່ຮ່າໂນ້ຍ, ເຖິງວ່າອາກາດໃນວັນບຸນຄຼິດສມາດປີນີ້ໜາວຈັດກໍ່ຕາມແຕ່ຂະບວນຄົນຍັງພາກັນຫຼັ່ງໄຫຼເຂົ້າໂບດແຫ່ງຕ່າງໆ, ສູນລະຫຼິ້ນນັບມື້ນັບຫຼາຍ ອັນໄດ້ເຮັດໃຫ້ບັນຍາດການຕ້ອນຮັບວັນບຸນຄຼິດສມາດມີຄວາມຄຶກຄື້ນມ່ວນຊື່ນຂຶ້ນຕື່ມ. ສ່ວນຢູ່ແຂວງຈ່າວິງ, ເພື່ອນຳມາຊື່ງບັນຍາກາດມ່ວນຊື່ນ ແລະ ຄວາມຜາສຸກໃຫ້ຜູ້ປະສົບເຄາະຮ້າຍ, ບັນດາໂບດຢູ່ແຂວງຈ່າວິງ ຍັງໄດ້ຈັດການບໍລິຈາກເງິນເພື່ອມອບຂອງຂວັນໃຫ້ນັກຮຽນທຸກຍາກຮຽນເກັ່ງ. ທ່ານຫງວຽນຫງອກເຕ ຊາວຄິຼດຢູ່ແຂວງຈ່າວິງ ໃຫ້ຮູ້ວ່າ:
“ອຳນາດການປົກຄອງ, ລັດໄດ້ມີຄວາມເອົາໃຈໃສ່ເບິ່ງແຍງໃຫ້ຜູ້ຖືສາສະໜາຄຼິດທີ່ສຸດ. ຊາວຄິຼດກໍ່ມີຄວາມເບີກບານມ່ວນຊື່ນຕ້ອນຮັບວັນບຸນຄຼິດສມາດ 2012. ໃນໂອກາດວັນບຸນຕ່າງໆ, ອຳນາດການປົກຄອງຂັ້ນຕ່າງໆກໍ່ມາອວຍພອນ, ຮ່ວມ ມ່ວນຊື່ນກັບຊາວຄຼິດ“.
ວັນບຸນຄຼິດສມາດແມ່ນວັນບຸນທີ່ນຳມາເຊິ່ງບັນດາຄວາມຫວັງໃຫ້ແກ່ປະຊາຊົນອາຊີ. ຢູ່ຍີ່ປຸ່ນ, ບັນດາສັນເຕີໂຄດໄດ້ຮ້ອງບັນດາບົດເພງຟົດຟື້ນມ່ວນຊື່ນ, ສະແດງສີລະປະ…ສ່ວນຢູ່ສເກົາຫຼີ, ໃນວັນບຸນຄຼິດສມາດ, ໄດ້ຈັດໃຫ້ຄູ່ບ່າວສາວ 21.000 ຄູ່ພົບປະກັນຢູ່ສະຖານທີ່ 14 ແຫ່ງ. ຊາວມາເລເຊຍໄດ້ຕ້ອນຮັບວັນບຸນຄຼິດສມາດ ດ້ວຍບັນດາເຍື່ອງອາຫານພິເສດຂອງຕົນ…