(vovworld) - ວັນທີ 09/01, ກ່ຳປັ່ນຫາປາໂດຍອ້າຍ ຫງວຽນທ໋າຍຮືງ, ຊາວປະມົງນະຄອນ ຕຸຍຮ່ວາ, ເປັນກັບຕັນເຮືອໄດ້ເຂົ້າທຽບທ່າ ດົງຕ໋າກ, ນະຄອນຕຸຍຮ່ວາ ແລະ ໄດ້ມອບຊາວປະມົງຟີລິບປີນ 2 ຄົນຖືກປະສົບເຄາະຮ້າຍບົນທະເລໃຫ້ທະຫານປ້ອງກັນຊາຍແດນແຂວງຟຸ໋ອຽນ. ກ່ອນໜ້ານັ້ນ, ວັນທີ 24/12/2016, ກ່ຳປັ່ນຂອງອ້າຍ ຫງວຽນທ໋າຍຮືງ ພວມຫາສິນທະເລຢູ່ເຂດທະເລ ເຊິ່ງຫ່າງຈາກເກາະ ຊອງຕືໂຕ ໄປທາງທິດຕາເວັນອອກສ່ຽງເໜືອປະມານ 160 ໄມທະເລ ໄດ້ພົບເຫັນ ແລະ ກູ້ຊີບຊາວປະມົງຟີລິບປີນ 2 ຄົນ. ຊາວປະມົງຟີລິບປີນ 2 ຄົນຖືກປະສົບເຄາະຮ້າຍແຕ່ວັນທີ 17/12/2016. ທະຫານປ້ອງກັນຊາຍແດນແຂວງ ຟຸ໋ອຽນ ພວມສົມທົບກັບບັນດາອົງການກ່ຽວຂ້ອງເຮັດລະບຽບການເພື່ອມອບສົ່ງຊາວປະມົງຟີລິບປີນ 2 ຄົນກັບຄືນປະເທດໂດຍໄວ.