ຊາວເຊີນລາມຸ່ງໄປເຖິງ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ
(VOVWORLD) - ພາຍໃຕ້ການຊີ້ນຳຂອງພັກ, ໃນຊຸມປີຜ່ານມາ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍໃຫຍ່ໄດ້ນຳເຂົ້າໃນຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງຈະແຈ້ງຢູ່ບັນດາທ້ອງຖິ່ນເຂດພູສູງ, ເຂດຫ່າງໄກສອກຫຼີດ, ເຂດຊາຍແດນເຊີນລາ.
ບັນຍາກາດຄຶກຄື້ນມ່ວນຊືນ, ຄວາມເຊື່ອໝັ້ນ ຂອງກອງປະຊຸມໃຫຍ່ ຈະປະສົບຜົນສຳເລັດໄປທົ່ວໝູ່ບ້ານເຊີນລາ (ພາບ: VOV) |
ໃນຊຸມວັນນີ້, ຢູ່ບັນດາຕາແສງເຂດຊາຍແດນຂອງແຂວງ ເຊີນລາ, ບັນດາພະນັກງານ, ສະມາຊິກ ພັກ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ສະຫງວນຄວາມສົນໃຈເປັນພິເສດເຖິງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ຈະດຳເນີນໃນອາທິດໜ້າ.
ພາຍໃຕ້ການຊີ້ນຳຂອງພັກ, ໃນຊຸມປີຜ່ານມາ, ມີຫຼາຍແຜນນະໂຍບາຍ, ນະໂຍບາຍໃຫຍ່ໄດ້ນຳເຂົ້າໃນຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງຈະແຈ້ງຢູ່ບັນດາທ້ອງຖິ່ນເຂດພູສູງ, ເຂດຫ່າງໄກສອກຫຼີດ, ເຂດຊາຍແດນເຊີນລາ. ຈາກບັນດາການປ່ຽນແປງຢ່າງລະອຽດນັ້ນ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກນັບມື້ນັບໄດ້ຮັບການປັບປຸງ.
ພວກຂ້າພະເຈົ້າເຊື່ອໝັ້ນ ແລະ ມີຄວາມມຸ່ງຫວັງວ່າກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກຈະສືບຕໍ່ວາງອອກບັນດາແຜນນະໂຍບາຍ, ນະໂຍບານທີ່ມີວິໄສທັດຍຸດທະສາດ, ສ້າງກຳລັງໜູນຢ່າງແຮງໃຫ້ການພັດທະນາແບບຍືນຍົງໃນໄລຍະໃໝ່. ປະຊາຊົນປາດຖະໜາຢາກສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຕໍ່ດ້ານກະສິກຳ, ມີນະໂຍບາຍຢ່າງແທດຈິງໜູນຊ່ວຍການຜະລິດກະສິກຳ ຕາມທິດເປັນສິນຄ້າ. ພ້ອມທັງຫວັງວ່າພັກຈະສືບຕໍ່ມີກົນໄກ, ນະໂຍບາຍພັດທະນາເສດຖະກິດ ສັງຄົມທີ່ເໝາະສົມກັບເຂດຊາຍແດນຄື: ພັດທະນາເສດຖະກິດດ່ານຊາຍແດນ.