ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ພັດທະນາຂະແໜງອຸດສາຫະກຳແຮ່ທາດດິນປະເສີດ, ປະກອບສ່ວນເປັນເຈົ້າຕົນເອງຍຸດທະສາດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງເພີ່ມທະວີການຄຸ້ມຄອງຂອງລັດໃນຂົງເຂດນີ້, ພັດທະນາຂະແໜງອຸດສາຫະກຳແຮ່ທາດດິນປະເສີດ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ພັດທະນາຂະແໜງອຸດສາຫະກຳແຮ່ທາດດິນປະເສີດ, ປະກອບສ່ວນເປັນເຈົ້າຕົນເອງຍຸດທະສາດ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 17 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມປະຈຳການລັດຖະບານກ່ຽວກັບບັນດາເນື້ອໃນ: ສ້າງຍຸດທະສາດແຫ່ງຊາດກ່ຽວກັບແຮ່ທາດດິນປະເສີດ; ຮ່າງມະຕິຂອງລັດຖະບານກ່ຽວກັບກົນໄກແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດກັບບັນດາໂຄງການ ກໍ່ສ້າງກິດຈະກຳຕາມຮູບແບບສັນຍາກໍ່ສ້າງ ແລະ ມອບໂອນ, ສົ່ງຕໍ່ ແລະ ຮ່າງດຳລັດວ່າດ້ວຍຂໍ້ກຳນົດລະອຽດກ່ຽວກັບການແກ້ໄຂຂໍ້ຕິດຂັດຂອງບັນດາໂຄງການກໍ່ສ້າງກິດຈະກຳຕາມຮູບແບບສັນຍາກໍ່ສ້າງ ແລະ ມອບໂອນຄົມມະນາຄົມ; ແລະເນື້ອໃນອື່ນອິກຈຳນວນໜຶ່ງ.

        ກ່ຽວກັບຍຸດທະສາດແຫ່ງຊາດກ່ຽວກັບແຮ່ທາດດິນປະເສີດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງເພີ່ມທະວີການຄຸ້ມຄອງຂອງລັດໃນຂົງເຂດນີ້, ພັດທະນາຂະແໜງອຸດສາຫະກຳແຮ່ທາດດິນປະເສີດ, ປະກອບສ່ວນເປັນເຈົ້າຕົນເອງທາງດ້ານຍຸດທະສາດ; ລົງທຶນດ້ານການເງິນ, ລະດົມແຫຼ່ງກຳລັງຂອງລັດ, ແຫຼ່ງກຳລັງຮ່ວມມືພາກລັດ ແລະ ແຫຼ່ງກຳລັງຂອງນັກລົງທຶນ; ກໍ່ສ້າງ, ພັດທະນາພື້ນຖານໂຄງລ່າງ; ມອບໂອນ ແລະ ເປັນເຈົ້າເຕັກໂນໂລຊີທີ່ກ້າວໜ້າ, ເໝາະສົມ; ຍູ້ແຮງການຮ່ວມມືລົງທຶນພາກລັດ - ເອກະຊົນ…

        ກ່ຽວກັບໂຄງການກໍ່ສ້າງກິດຈະກຳຕາມຮູບແບບສັນຍາກໍ່ສ້າງ ແລະ ມອບໂອນ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງເຄົາລົບ, ເຄື່ອນໄຫວໃຫ້ຖືກຕ້ອງຕາມຂໍ້ກຳນົດ, ກົດໝາຍ ແລະ ສິດອຳນາດ, ຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນລະຫວ່າງລັດ, ວິສາຫະກິດ ແລະ ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ