ທ່ານ Trump ນາບຂູ່ຈັດວາງພາສີສຳລັບບັນດາປະເທດທີ່ບໍ່ສະໜັບສະໜູນເປົ້າໝາຍ ອາເມລິກາ ຄວບຄຸມ Greenland
(VOVWORLD) - ທ່ານປະທານາທິບໍດີ Donald Trump ບໍ່ແຈ້ງລາຍລະອຽດປະເທດໃດທີ່ຈະກາຍເປັນເປົ້າໝາຍ, ແຕ່ປະຈຸບັນ ບັນດາປະເທດ ເອີລົບ ພວມຄັດຄ້ານແນວຄິດຂອງທ່ານ Donald Trump.
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ
(ພາບປະກອບ: REUTERS/Kevin Lamarque)
|
ວັນທີ 16 ມັງກອນ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ທ່ານອາດຈະຈັດວາງພາສີສຳລັບບັນດາປະເທດທີ່ບໍ່ຍອມຮັບເປົ້າໝາຍຂອງ ວໍຊິງຕັນ ແມ່ນຍາດເອົາສິດຄວບຄຸມ Greenland.
ກ່າວຄຳເຫັນຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ບໍ່ແຈ້ງລາຍລະອຽດປະເທດໃດທີ່ຈະກາຍເປັນເປົ້າໝາຍ, ແຕ່ປະຈຸບັນ ບັນດາປະເທດ ເອີລົບ ພວມຄັດຄ້ານແນວຄິດຂອງທ່ານ Donald Trump. ປະຈຸບັນ, ອາເມລິກາ ພວມຈັດວາງອັດຕາພາສີສູງສຸດ 15% ສຳລັບສິນຄ້າສົ່ງອອກຈາກສະຫະພາບ ເອີລົບ (ອີຢູ) ໃນຂະນະນັ້ນ, ອີຢູ ແມ່ນຄູ່ຄ້າ ແລະ ແຫຼ່ງນຳເຂົ້າໃຫຍ່ທີ່ສຸດຂອງ ວໍຊິງຕັນ.
ຫວ່າງມໍ່ໆມານີ້, ທ່ານ Donald Trump ໄດ້ເນັ້ນໜັກຢ່າງລຽນຕິດຕໍ່ເລື່ອງຄວບຄຸມ Greenland ແມ່ນຄວາມຈຳເປັນໃຫ້ແກ່ຄວາມໝັ້ນຄົງຂອງ ອາເມລິກາ. ປະທານາທິບໍດີ ອາເມລິກາ ກໍ່ອາດອາສາດຈະນຳໃຊ້ມາດຕະການດ້ານການທະຫານ, ເຖິງໄດ້ໃຫ້ຮູ້ວ່າ ໃຫ້ບຸລິມະສິດບັນດາຄວາມມານະພະຍາຍາມຜ່ານທາງການທູດ.