ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຊັນ​ປະ​ກາດ​ໃຊ້​ມະ​ຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ

(VOVWORLD) -  ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ຫາກໍ່ປະກາດໃຊ້ມະຕິສະບັບເລກທີ 80 ຂອງກົມການເມືອງກ່ຽວກັບການພັດທະນາວັດທະນະທຳ ຫວຽດນາມ. 
ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຊັນ​ປະ​ກາດ​ໃຊ້​ມະ​ຕິ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ - ảnh 1ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ

ມະຕິສະບັບດັ່ງກ່າວໄດ້ຍົກອອກຢ່າງຈະແຈ້ງຄວາມຮຽກຮ້ອງຕ້ອງການພັດທະນາປະເທດໃນສັງກາດໃໝ່ຮຽກຮ້ອງໃຫ້ວັດທະນະທຳຕ້ອງນຳໜ້າເຍືອງທາງ, ເຊື່ອມຊຶມໃນແຕ່ລະນະໂຍບາຍຊີ້ຂາດພັດທະນາ, ເຊີດຊູຄຸນຄ່າວັດທະນະທຳມະນຸດ, ມາດຕະຖານຄຸນສົມບັດສັງຄົມ. ສ້າງສາ ແລະ ພັດທະນາວັດທະນະທຳຕ້ອງກາຍເປັນພື້ນຖານອັນໝັ້ນແກ່ນ, ແມ່ນກຳລັງແຮງພາຍໃນຂອງຊາດ ແລະ ລະບົບດັດສົມໃຫ້ແກ່ການພັດທະນາຢ່າງວ່ອງໄວ, ຍືນຍົງຂອງຊາດຢ່າງແທ້ຈິງ, ມຸ່ງໄປເຖິງເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ (1930 – 2030) ແລະ 100 ປີແຫ່ງວັນສະຖາປະນາປະເທດ (1945 – 2045); ຢັ້ງຢືນທີ່ຕັ້ງບົດບາດ, ຂອບຂະໜາດພື້ນຖານວັດທະນະທຳ ຫວຽດນາມ ໃຫ້ສົມທກັບປະເທດພັດທະນາຕາມກຳນົດທິດສັງຄົມນິຍົມ, ມີມູນເຊື້ອວັດທະນະທຳ, ອະລິຍະທຳຍາວນານ, ປະກອບສ່ວນຢ່າງສົມຄູ່ເຂົ້າໃນກະແສອະລິຍະທຳຂອງມວນມະນຸດ.

        ມະຕິສະບັບດັ່ງກ່າວໄດ້ວາງອອກເປົ້າໝາຍຮອດປີ 2030, ຍູ້ໄວການສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ກ້າວໜ້າ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ; ມີຄວາມເປັນເອກະພາບໃນຄວາມຫຼາກຫຼາຍ; ມີລັກສະນະເປັນເອກະລັກຂອງຊາດ, ປະຊາທິປະໄຕ, ວັດທະນະທຳມະນຸດ, ວິທະຍາສາດ, ທັນສະໄໝ. ພັດທະນາວັດທະນະທຳ, ສິລະປະໃຫ້ສົມກັບປະຫວັດສາດວັດທະນະທຳຂອງຊາດ ແລະ ຂອບຂະໜາດຂອງປະເທດໃນສັງກາດໃໝ່. ວິໄສທັດຮອດປີ 2045, ກໍ່ສ້າງ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ສັງສົມນິຍົມ, ໃນນັ້ນ ມະນຸດເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ, ກຳລັງໜູນຂອງການພັດທະນາ; ບັນດາຄຸນຄ່າວັດທະນະທຳສວມບົດບາດເປັນພື້ນຖານ, ມາດຕະຖານ ແລະ ເຊື່ອມຊືມໃນທຸກຂົງເຂດຂອງຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ