ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ພ້ອມ​ກັນ​ເຄົາ​ລົບ​ທຸງຊາດ, ມຸ່ງ​ໄປ​ສູ່ເຫດ​ການ​ການ​ເມືອງ​ສຳ​ຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ

(VOVWORLD) - ການພ້ອມກັນຈັດຕັ້ງພິທີເຄົາລົບທຸງຊາດໃນທົ່ວລະບົບຊາວໜຸ່ມ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເຫັນດີເປັນເອະພາບ ໃນການກະທຳເທົ່ານັ້ນ ຫາກຍັງເປີດສາກໃຫ້ແກ່ຊີວິດການເມືອງທີ່ເລິກເຊິ່ງກວ້າງຂວາງຂອງໄວໜຸ່ມທົ່ວປະເທດ.
ຊາວ​ໜຸ່ມ​ທົ່ວ​ປະ​ເທດ​ພ້ອມ​ກັນ​ເຄົາ​ລົບ​ທຸງຊາດ, ມຸ່ງ​ໄປ​ສູ່ເຫດ​ການ​ການ​ເມືອງ​ສຳ​ຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ - ảnh 1ພິທີເຄົາລົບທຸງຊາດ ຂອງຄະນະຊາວໜຸ່ນ(ພາບ: TTXVN)

ຕອນເຊົ້າວັນທີ 19 ມັງກອນ, ໃນທ່າມກາງບັນຍາກາດກ່ອນພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ຢູ່ສຳນັກງານສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຢູ່ນະຄອນຫຼວງ ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມໄດ້ມີຄວາມເປັນກຽດຈັດຕັ້ງພິທີເຄົາລົບທຸງຊາດຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ.

ຈາກສູນກາງ, ໂດຍຕອບສະໜອງ ແລະ ປະຕິບັດຕາມການຊີ້ນຳຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ຄະນະຊາວໜຸ່ມທຸກຂັ້ນພາຍໃນປະເທດ, ບັນດາຕາແສງ, ເທດສະບານ, ເຂດພິເສດ ແລະ ບັນດາໂຮງຮຽນໄດ້ພ້ອມກັນຈັດພິທີເຄົາລົບທຸງຊາດ, ຜ່ານນັ້ນສະແດງນ້ຳໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງໄວໜຸ່ມຕໍ່ພັກ, ຕໍ່ປະເທດຊາດ.

ການພ້ອມກັນຈັດຕັ້ງພິທີເຄົາລົບທຸງຊາດໃນທົ່ວລະບົບຊາວໜຸ່ມ ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມເຫັນດີເປັນເອະພາບ ໃນການກະທຳເທົ່ານັ້ນ ຫາກຍັງເປີດສາກໃຫ້ແກ່ຊີວິດການເມືອງທີ່ເລິກເຊິ່ງກວ້າງຂວາງຂອງໄວໜຸ່ມທົ່ວປະເທດ, ຜ່ານນັ້ນ ເສີມສ້າງອຸດົມການປະຕິວັດ, ຫຼໍ່ຫຼອມຈິດໃຈຄວາມຮັບຜິດຊອບ ແລະ ສະຕິພົນລະເມືອງຂອງໄວໜຸ່ມຕໍ່ໜ້າບັນດານະໂຍບາຍຊີ້ຂາດໃຫຍ່ຂອງພັກ

ຕອບກັບ

ຂ່າວ/ບົດ​ອື່ນ