(VOVWORLD) - ເພື່ອຄຸ້ມຄອງເຮືອຫາປາກວ່າ 79.000 ລຳທີ່ເຄື່ອນໄຫວໃນເຂດທະເລທີ່ກວ້າງໃຫຍ່, ການໝູນໃຊ້ຂໍ້ມູນໃນການການຄຸ້ມຄອງເຮືອຫາປາ ແລະ ປະລິມານສິນໃນນ້ຳ ເປັນດີຈີຕອນ ແລະ ຈະແຈ້ງນັ້ນ ແມ່ນລູກກຸນແຈທີ່ສຳຄັນ.
ບັນດາແຂວງ, ນະຄອນ ມີທະເລ ລ້ວນແຕ່ເພີ່ມທະວີ, ຄວບຄຸມບັນດາເຮືອຫາປາອອກ - ເຂົ້າທຽບທ່າ
(ພາບ: nhandan.vn)
|
ນີ້ກໍແມ່ນເນື້ອໃນ ເຊິ່ງ ຄະນະກຳມະການເອີຣົບ (EC) ໄດ້ເນັ້ນໜັກເປັນເລື້ອຍໆ, ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງ, ຮັບປະກັນລັກສະນະສະເໝີຕົ້ນສະເໝີປາຍຂອງຂໍ້ມູນໃນລະບົບຂຸດຄົ້ນ ແລະ ບໍລິໂພກສິນໃນນ້ຳທັງໝົດ.
ທ່ານພັນເອກ ກາວແອັງເຊີນ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ອຸດສາຫະກຳ - ໂທລະຄົມມະນາຄົມ ກອງທັບ Viettel, ໃຫ້ຮູ້ວ່າ:
"ກະຊວງຕຳຫຼວດ ໄດ້ສົມທົບກັບ Viettel ສ້າງ ແລະ ນຳລະບົບຄຸ້ມຄອງການອອກ - ເຂົ້າທຽບທ່າ ໃນແອັບ VneID ເຂົ້າເຄື່ອນໄຫວແລ້ວ. ລະບົບດັ່ງກ່າວ ໄດ້ເຄື່ອນໄຫວກ່ອນນີ້ 2 ອາທິດ, ອັນໄດ້ຊ່ວຍໃຫ້ປະຊາຊົນ, ເຈົ້າຂອງເຮືອທີ່ມີໃບອະນຸຍາດເຄື່ອນໄຫວ ສາມາດລົງທະບຽນການອອກ - ເຂົ້າທຽບທ່າໃນ VneID ໄດ້ໂດຍກົງເລີຍ”.
ໂດຍລວມແລ້ວ, ບັນດາມາດຕະການດ້ານເຕັກນິກທີ່ຮັບໃຊ້ໃຫ້ແກ່ວຽກງານຄຸ້ມຄອງ ແລະ ເຮັດໃຫ້ຂໍ້ມູນການຂຸດຄົ້ນສິນໃນນ້ຳຈະແຈ້ງກວ່າ ໄດ້ຮັບການປະຕິບັດສຳເລັດໂດຍພື້ນຖານ, ສ້າງພື້ນຖານສຳຄັນໃຫ້ແກ່ການຄວບຄຸມການເຄື່ອນໄຫວຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU). ປັດໄຈແກ່ນສານໃນປັດຈຸບັນ ນອນໃນຂອດຈັດຕັ້ງປະຕິບັດຂອງບັນດາທ້ອງຖິ່ນ, ຕ້ອງຄຸ້ມຄອງຢ່າງແໜ້ນແຟ້ນ, ມີແບບມີແຜນ, ຮັບປະກັນການລາຍງານ, ອັບເດດຂໍ້ມູນໃນລະບົບຢ່າງສັດຊື່, ຊັດເຈນ ແລະ ຄົບຖ້ວນ.