ຖະແຫຼງ​ຂ່າວ​ໃຫ້​ແກ່​ສື່ມວນ​ຊົນ​ສາ​ກົນ ຢູ່​ນິວຢອກ (ອາ​ເມ​ລິ​ກາ) ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ຂອງ​ພັກ

(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນໃນການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່, ຕີລາຄາໝາກຜົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ແລະ ກຳນົດເປົ້າໝາຍ, ກຳນົດທິດ ພັດທະນາ ຫວຽດນາມ ໃນໄລຍະຕໍ່ໄປ.
ຖະແຫຼງ​ຂ່າວ​ໃຫ້​ແກ່​ສື່ມວນ​ຊົນ​ສາ​ກົນ ຢູ່​ນິວຢອກ (ອາ​ເມ​ລິ​ກາ) ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ຂອງ​ພັກ - ảnh 1ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ວັນທີ 14 ມັງກອນ, ຢູ່ນິວຢອກ (ອາເມລິກາ), ທ່ານເອກອັກຄະລັດຖະທູດ ໂດຮຸ່ງວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ເປັນປະທານການພົບປະ ແລະ ຖະແຫຼງຂ່າວໃຫ້ແກ່ສື່ມວນຊົນສາກົນ ຢູ່ນິວຢອກ ກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ເຂົ້າຮ່ວມມີຜູ້ຕາງໜ້າຂອງ 20 ສຳນັກຂ່າວສານໃຫຍ່ທີ່ສຸດໃນໂລກ.

ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກະຄັດລັດຖະທູດ ໂດຮຸ່ງວຽດ ຢັ້ງຢືນວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍສຳຄັນໃນການສະຫຼຸບ 40 ປີແຫ່ງການປ່ຽນແປງໃໝ່, ຕີລາຄາໝາກຜົນປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ແລະ ກຳນົດເປົ້າໝາຍ, ກຳນົດທິດ ພັດທະນາ ຫວຽດນາມ ໃນໄລຍະຕໍ່ໄປ. ທ່ານເອກອັກຄະລັດຖະທູດຍົກໃຫ້ເຫັນຢ່າງຈະແຈ້ງຈຸດໃໝ່ຈຳນວນໜຶ່ງທີ່ເປັນໜ້າສົນໃຈໃນເອກະສານຂອງກອງປະຊຸມໃຫຍ່ຄັ້ງນີ້, ໃນນັ້ນ ມີ 3 ບຸກທະລຸຍຸດທະສາດເພື່ອນຳ ຫວຽດນາມກ້າວເດີນຢ່າງແຮງໃນສັງກາດໃໝ່ລວມມີ: ສ້າງຂອບເຂດລະບອບລະບຽບການໃຫ້ສົມບູນແບບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ຍູ້ແຮງການພັດທະນາພື້ນຖານໂຄງລ່າງ, ກຳນົດຮູບແບບການເຕີບໂຕໃໝ່ຖືວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແມ່ນກຳລັງໜູນຫຼັກ; ກຳນົດເສດຖະກິດເອກະຊົນແມ່ນກຳລັງໜູນສຳຄັນທີ່ສຸດຂອງພື້ນຖານເສດຖະກິດ, ກຳນົດການປົກປັກຮັກສາສິ່ງແວດລ້ອມພ້ອມກັບການພັດທະນາເສດຖະກິດ ສັງຄົມແມ່ນໜ້າທີ່ໃຈກາງ.

ຕອບກັບ

ຂ່າວ/ບົດ​ອື່ນ