ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ຂອງ ຫວຽດ​ນາມ ມີ​ບາດ​ກ້າວ​ກະ​ໂດດ​ກ່ຽວ​ກັບ​ຄຸນ​ນະ​ພາບ ພາຍຫຼັງ 40 ປີ​​ແຫ່ງ​ການປ່ຽນ​ແປງ​ໃໝ່

(VOVWORLD) - ທີ່ຕັ້ງບົດບາດສາກົນຂອງ ຫວຽດນາມ ໄດ້ມີບາດກ້າວກະໂດດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນຂີດໝາຍທີ່ມີຄວາມໝາຍ ເມື່ອ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່.
ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ຂອງ ຫວຽດ​ນາມ ມີ​ບາດ​ກ້າວ​ກະ​ໂດດ​ກ່ຽວ​ກັບ​ຄຸນ​ນະ​ພາບ ພາຍຫຼັງ 40 ປີ​​ແຫ່ງ​ການປ່ຽນ​ແປງ​ໃໝ່ - ảnh 1ທ່ານ ຮາວໜິງໜິງ, ປະທານຄະນະກຳມະການຮ່ວມມືອຸດສາຫະກຳໃນຂອບເຂດສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (ພາບ: VOV)

ເມື່ອແລກປ່ຽນກັບນັກຂ່າວ VOV ປະຈຳ ປັກກິ່ງ, ທ່ານ ຮາວໜິງໜິງ, ປະທານຄະນະກຳມະການຮ່ວມມືອຸດສາຫະກຳໃນຂອບເຂດສົນທິສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຕີລາຄາວ່າ ທີ່ຕັ້ງບົດບາດສາກົນຂອງ ຫວຽດນາມ ໄດ້ມີບາດກ້າວກະໂດດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແມ່ນຂີດໝາຍທີ່ມີຄວາມໝາຍ ເມື່ອ ຫວຽດນາມ ກ້າວເຂົ້າສູ່ສັງກາດໃໝ່. ຕາມທ່ານແລ້ວ, ເສັ້ນທາງພັດທະນາ ແລະ ກຳນົດທິດທາງການຮ່ວມມື ໂດຍກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ວາງອອກ ຈະຊ່ວຍໃຫ້ ຫວຽດນາມ ເຊື່ອມໂຍງເຂົ້າກັບລະບົບອຸດສາຫະກຳ ແລະ ລະບົບສະໜອງຂອງພາກພື້ນຢ່າງເລິກເຊິ່ງກວ້າງຂວາງກວ່າ, ສ້າງພື້ນຖານໃຫ້ແກ່ ຫວຽດນາມ ຍົກສູງກຳລັງຜົນກະທົບພາກພື້ນໃນຂອບເຂດ RCEP.

        ເມື່ອຕີລາຄາກ່ຽວກັບແນວທາງການຕ່າງປະເທດທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ຄັ້ງທີ XIV, ທ່ານ ຮວາໜິງໜິງ ເນັ້ນໜັກວ່າ:

        “ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ທີ່ຕັ້ງສາກົນຂອງ ຫວຽດນາມ ໄດ້ມີບາດກ້າວກະໂດດກ່ຽວກັບຄຸນນະພາບ, ກາຍເປັນໜຶ່ງໃນບັນດາປະເທດທີ່ມີຕາໜ່າງການທູດທີ່ກວ້າງຂວາງທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ໄດ້ສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດກັບບັນດາປະເທດມະຫາອຳນາດໃນໂລກ, ນອນໃນກຸ່ມ 15 ປະເທດທີ່ມີວົງເງິນການຄ້າໃຫຍ່ສຸດໃນທົ່ວໂລກ, ຢືນອັນດັບທີ 2 ໃນ ອາຊຽນ ແລະ ກາຍເປັນຕາໂສ້ສຳຄັນໃນລະບົບສະໜອງພາກພື້ນ. ປັດຈຸບັນ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍເຊັ່ນ ອາຊຽນ ແລະ ການຮ່ວມມືລ້ານຊ້າງ - ແມ່ນ້ຳຂອງ, ທັງສະແດງໃຫ້ເຫັນພະລັງຊີວິດຂອງພື້ນຖານເສດຖະກິດທີ່ຫາກໍ່ພົ້ນເດັ່ນ, ທັງປະກອບສ່ວນສຳຄັນເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ກໍຄືຊຸກຍູ້ການຫັນເປັນການຄ້າເສລີ”.  

VOV ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ