ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ
ຕ້ອນຮັບທ່ານນາຍົກລັດຖະມົນຕີ ສປປ ລາວ
(vovworld) - ທີ່ການຕ້ອນຮັບທີ່ດຳເນີນໃນຕອນບ່າຍວັນທີ 8/2, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເຊິນ ຢືນຢັນວ່າ, ສະພາແຫ່ງຊາດ ຫວຽດນາມ ຈະສົມທົບກັບສະພາແຫ່ງຊາດ ລາວ ສືບຕໍ່ສ້າງເງື່ອນໄຂສະດວກ ເພື່ອໃຫ້ລັດຖະບານສອງປະເທດຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຂອງສອງປະເທດ ແລະ ບັນດາສັນຍາຮ່ວມມືຢ່າງມີປະສິດທິຜົນ. ຕີລາຄາສູງບັນດາໝາກຜົນສຳຄັນຂອງກອງປະຊຸມຄັ້ງທີ 39, ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ. ທ່ານນາງ ຫງວຽນທິກິມເງິນ ຖືວ່າ, ສະພາແຫ່ງຊາດ ຫວຽດນາມ ຕີລາຄາສູງຜົນແຫ່ງການເຮັດວຽກລະຫວ່າງນາຍົກລັດຖະມົນຕີສອງທ່ານ. ທ່ານນາງປະທານສະພາແຫ່ງຊາດກໍ່ຄື ສະພາແຫ່ງຊາດ ຫວຽດນາມ ຈະສົມທົບກັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍຕູ້ ແລະ ສະພາແຫ່ງຊາດ ລາວ ຢ່າງແໜ້ນແຟ້ນ, ສືບຕໍ່ສ້າງເງື່ອນໄຂຢ່າງສະດວກ ເພື່ອໃຫ້ລັດຖະບານສອງປະເທດຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ ແລະ ບັນດາສັນຍາຮ່ວມມືຢ່າງມີປະສິດທິຜົນ; ເພີ່ມທະວີການສົມທົບກັນໃນການຕິດຕາມກວດກາ, ໜູນຊ່ວຍການປັບປຸງກົດໝາຍ ແລະ ນະໂຍບາຍ, ສ້າງເງື່ອນໄຂຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ການຄ້າລະຫວ່າງສອງປະເທດ.
ສ່ວນທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ກໍ່ສະແດງຄວາມປາຖະໜາຢາກຮ່ວມມື, ແບ່ງປັນບົດຮຽນກ່ຽວກັບຂົງເຂດຕ່າງໆເຊິ່ງສອງຝ່າຍມີຄວາມສົນໃຈ. ພິເສດ, ສະພາແຫ່ງຊາດສອງປະເທດສະໜັບສະໜູນ, ສ້າງເງື່ອນໄຂໃຫ້ລັດຖະບານສອງປະເທດປະຕິບັດບັນດາເນື້ອໃນທີ່ໄດ້ຕົກລົງ, ພິເສດແມ່ນເລື່ອງນຳໃຊ້ທ່າກຳ່ປັ່ນ ຫວຸງອ໋າງຢ່າງມີປະສິດທິຜົນ, ເພື່ອແນໃສ່ຊຸກຍູ້ການສົ່ງອອກນຳເຂົ້າສິນຄ້າລະຫວ່າງສອງຝ່າຍ.