ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໂອ້ລົມທາງໂທລະສັບກັບນາຍົກ ລັດຖະມົນຕີຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໂອ້ລົມທາງໂທລະສັບກັບນາຍົກ ລັດຖະມົນຕີຍີ່ປຸ່ນ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
ພາບປະກອບ:internet


(vovworld)- ຕອນ​ບ່າຍ​ວັນ​ທີ 28/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe. ຕາງຫນ້າ​ໃຫ້​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຂໍ​ອວຍພອນ​ທ່ານ Shinzo Abe ທີ່ຫາ​ກໍ່​ໄດ້​ຮັບ​​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ ຍີ່ປຸ່ນ. ທ່ານ​ນາຍົກລັດຖະມົນຕີ Shinzo Abe ຢືນຢັນ​ວ່າ: ລັດຖະບານ ຍີ່​ປຸ່ນ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຢູ່​ພາກ​ພື້ນ. ນາຍົກລັດຖະມົນຕີທັງສອງ​ທ່ານ​ໄດ້​ເຫັນ​ດີ​ກ່ຽວ​ກັບ​ຫລາຍ​ທິດ​ທາງ​ໃຫຍ່​ກໍ​ຄື​ມາດ​ຕະການ​ລະອຽດ​ເພື່ອ​ເພ່ີມ​ພູ​ນຄູນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ນາຍົກລັດຖະມົນຕີທັງ​ສອງ​ທ່າ​ນ​ເຫັນ​ດີ​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ. ນາຍົກລັດຖະມົນຕີທັງ​ສອງ​ທ່ານ​ກໍ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ