ທ່ານນາຍົກລັດຖະມົນຕີ Nguyen Tan Dung ຈະເຂົ້າຮ່ວມ ASEM ຢູ່ລາວ ວັນເສົາ ທີ 27 ຕຸລາ ຄ.ສ. 2012 | 17:21:03 (ພາບ:ອິນເຕີແນັດ) (VOV)- ວັນທີ 26/10, ກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ພັນລະຍາຈະນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊີ-ເອີລົບຄັ້ງທີ 9 (ASEM 9) ຢູ່ລາວ ດ້ວຍຫົວຂໍ້ວ່າ: “ເພື່ອນມິດເພື່ອສັນຕິພາບ, ຄູ່ຮ່ວມມືເພື່ອຄວາມວັດທະນາຖາວອນ“. ກອງປະຊຸມຈະດຳເນີນໄປແຕ່ວັນທີ 4-6/11 ແລະ ຈະປຶກສາຫາລືກ່ຽວກັບສະພາບເສດຖະກິດ, ການເງິນ; ບັນດາການທ້າທາຍໃນທົ່ວໂລກ; ບັນດາບັນຫາພາກພື້ນ, ບັນດາຮ່ວມມືໃນອາຊຽນ. ດ້ວຍຈິດໃຈເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ, ຄະນະຜູ້ແທນຫວຽດນາມ ຈະເຂົ້າຮ່ວມບັນດາການເຄື່ອນໄຫວຂອງກອງປະຊຸມ ເພື່ອແນໃສ່ປະກອບສ່ວນຢ່າງແທດຈິງເຂົ້າໃນການຊຸກຍູ້ການຮ່ວມມືອາຊີ-ເອີລົບ, ໂດຍສະເພາະແມ່ນຄວາມເອົາໃຈໃສ່ໃນປະຈຸບັນຂອງບັນດາສະມາຊິກ ເພື່ອແນໃສ່ມານະພະຍາຍາມຟື້ນຟູເສດຖະກິດ, ຮັບມືກັບບັນດາການທ້າທາຍທົ່ວໂລກ ແລະ ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ 2 ພາກພື້ນ. Tag ASEM 9 ລາວ ຂ່າວ/ບົດອື່ນ ສືບຕໍ່ຍູ້ແຮງບັນດາເສົາຄ້ຳຮ່ວມມື ຫວຽດນາມ - ລາວ ນັກທຸລະກິດຍິງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ການພັດທະນາເສດຖະກິດສີຂຽວ ການນຳພັກ, ລັດ ລາວ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ 2 ປະເທດ ການສອບເສັງຊອກຮູ້ກ່ຽວກັບໄຊຊະນະ ດ້ຽນບຽນຝູ ແລະ ສັນຍາ ເຊີແນວ 1954 ຢູ່ ລາວ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດແຖວໜ້າ ສ.ເກົາຫຼີ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ