(vovworld) – ຕອນບ່າຍວັນທີ 15/04, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໄປຢ້ຽມຢາມ ແລະ ຊອກຮູ້ການເຄື່ອນໄຫວອາຊີບປະມົງ ແລະ ຊີວິດຂອງປະຊາຊົນຊາວປະມົງຢູ່ເກາະ ຫຼີເຊີນ, ແຂວງ ກວາງຫງ້າຍ. ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ ຍາມໃດ ພັກ, ລັດ ກໍຕິດຕາມບັນດາການເຄື່ອນໄຫວຂອງພໍ່ແມ່ປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງເພື່ອໃຫ້ປະຊາຊົນອຸນອ່ຽງໃຈເຄື່ອນໄຫວບົນທະເລ. ທ່ານປະທານປະເທດ ກໍເອົາໃຈໃສ່ວ່າ ເມື່ອເຄື່ອນໄຫວຢູ່ທະເລຕ້ອງມີການສົມທົບກັບບັນດາອົງການທີ່ກ່ຽວຂ້ອງແໜ້ນແຟ້ນ, ໃຫ້ຂ່າວຢ່າງທັນການບັນດາກໍລະນີທີ່ເກີດຂຶ້ນ ເມື່ອເຄື່ອນໄຫວຢູ່ທະເລ ເພື່ອໄດ້ຮັບການຊ່ວຍເຫລືອຢ່າງໄວສຸດ.
ແລະກໍໃນຕອນບ່າຍວັນທີ 15/04, ທີ່ຄະນະກຳມະການປະຊາຊົນເມືອງ ຫຼີເຊີນ, ທ່ານປະທານປະເທດ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງແຂວງ ກວາງຫງາ້ຍ, ຮັບຟັງບົດລາຍງານກ່ຽວກັບສະພາບເສດຖະກິດສັງຄົມ, ວຽກງານກໍ່ສ້າງພັກ ຢູ່ທ້ອງຖິ່ນໃນປີ 2012 ແລະ ງວດທີ 1 ປີ 2013.
ທ່ານປະທານປະເທດສະເໜີໃຫ້ບັນດາອົງການຈັດຕັ້ງ, ໝູ່ຄະນະຄວນເຂົ້າຮ່ວມການໜູນຊ່ວຍພໍ່ແມ່ປະຊາຊົນປະສົບກັບໄຟທຳມະຊາດ, ພາຍຸນ້ຳຖ້ວມ, ຄວາມສ່ຽງເມື່ອເຄື່ອນໄຫວບົນທະເລຢ່າງທັນການ ເພື່ອໃຫ້ພໍ່ແມ່ປະຊາຊົນຊາວປາມົງສາມາດແກ້ໄຂຜົນຮ້າຍກັບຄືນສູ່ທະເລສືບຕໍ່ທຳການຜະລິດ.