(ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສືຈິ້ນຜິງ, ຕອນເຊົ້າວັນທີ 19/06, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ພ້ອມກັບຄະນະຜູ້ແທນຂັ້ນສູງ ສສ ຫວຽດນາມ ເດີນທາງອອກຈາກຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ສປຈີນ ແຕ່ວັນທີ19 – 21/06. ນີ້ແມ່ນການຢ້ຽມຢາມທາງລັດຖະກິດເປັນຄັ້ງທຳອິດຂອງທ່ານປະທານປະເທດ ເຈືອນເຕີນຊາງ ເຖິງ ສປ ຈີນ ໃນຖານະເປັນປະທານປະເທດ ແລະ ກໍແມ່ນການຢ້ຽມຢາມທາງລັດຖະກິດທຳອິດເຖິງ ຈີນ ຂອງການນຳຂັ້ນສູງ ສສ ຫວຽດນາມ ພາຍຫຼັງຈີນ ມີຄະນະການນຳໃໝ່. ການຢ້ຽມຢາມຈີນ ຄັ້ງນີ້ຂອງທ່ານປະທານປະເທດ ເຈືອງເຕີນຊາງ ແມ່ນເພື່ອແນໃສ່ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ໃນການພົວພັນກັບພັກ, ລັດ ຈີນ. 2 ຝ່າຍຮັກສາການພັດທະນາການພົວພັນ, ໂດຍສະເພາະແມ່ນບັນດາການຢ້ຽມຢາມ ແລະ ການພົບປະລະຫວ່າງການນຳຂັ້ນສູງ ດ້ວຍຈຸດສຸມແມ່ນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ພັກ, 2 ລັດ, ເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍມີບາດກ້າວພັດທະນາຢ່າງແທດຈິງ ຕາມຂອບເຂດຄູ່ຮ່ວມມືຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດໃນທຸກຂົງເຂດ ໃຫ້ນັບມື້ນັບກ້າວເຂົ້າສູ່ລ່ວງເລິກ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ - ການຄ້າ.
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງຮອດນະຄອນຫລວງປັກກີ່ງ. ມາຕ້ອນຮັບທ່ານປະທານປະເທດຢູ່ສະຫນາມບິນ ມີທ່ານລັດຖະມົນຕີ ການຕ່າງປະເທດຈີນ, ທ່ານເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫວຽນາມ ປະຈຳຈີນ ພ້ອມດ້ວຍພະນັກງານສະຖານທູດຫວຽດນາມ ລະ ຊາວຫວຽດນາມ ອາໄສຢູ່ຈີນ. ພາຍຫລັງພິທີຕ້ອນຮັບ, ທ່ານປະທານປະເທດເຈືອງເຕີນຊາງ ແລະ ທ່ານປະທານປະເທດຈີນ ສືຈິ້ງຜິງ ດຳເນີນການເຈລະຈາ.