ທ່ານປະທານປະເທດ ເລືອງເກືອງ: ບັນດາການເຄື່ອນໄຫວທາງການທູດຕ້ອງຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມບົນເວທີສາກົນ
(VOVWORLD) - ບັນດາການເຄື່ອນໄຫວທາງການທູດ ຕ້ອງມຸ່ງໄປເຖິງບັນດາເປົ້າໝາຍເປີດກວ້າງ ແລະ ເຮັດໃຫ້ການພົວພັນເລິກເຊິ່ງກ່ວາອີກ, ປັບປຸງຢ່າງໝັ້ນແກ່ນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ມີຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມບົນເວທີສາກົນ
ທ່ານປະທານສະພາແຫ່ງຊາດ ເລືອງເກືອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) |
ຕອນເຊົ້າວັນທີ 13 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເລືອງເກືອງໄດ້ມີການເຮັດວຽກກັບການນຳຫ້ອງວ່າການປະທານປະເທດ, ກະຊວງການຕ່າງປະເທດ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງເຖິງບາງໜ້າທີ່ຈຸດສຸມໃນໄລຍະຜ່ານມາ. ທີ່ການເຮັດວຽກ, ທ່ານປະທານປະເທດ ຊີ້ແຈ້ງວ່າ ປະລິມານວຽກງານຕ້ອງປະຕິບັດໃນໄລຍະຈະມາເຖິງແມ່ນຫຼາຍທີ່ສຸດ, ພິເສດແມ່ນວຽກງານກະກຽມໃຫ້ແກ່ບັນດາເຫດການສຳຄັນຍິ່ງຂອງພັກ ແລະ ປະເທດຊາດ, ກໍ່ຄືການເຊື່ອມຊືມ ແລະ ຜັນຂະຫຍາຍບັນດາມະຕິ, ບົດສະຫຼຸບຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກ ກ່ຽວກັບການສັບຊ້ອນ, ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດລັດລົງ, ຮັບປະກັນການເຄື່ອນໄຫວຢ່າງມີປະສິດທິຜົນ, ປະສິດທິພາບ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄະນະພັກທຸກຂັ້ນມຸ່ງໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV ຂອງພັກ. ກ່ຽວກັບທິດທາງໃນໄລຍະຈະມາເຖິງ, ທ່ານປະທານປະເທດເຫັນດີຕໍ່ຂໍ້ສະເໜີຂອງກະຊວງການຕ່າງປະເທດກ່ຽວກັບການຄາດຄະເນເນື້ອໃນ, ໂຄງການຜັນຂະຫຍາຍບັນດາການເຄື່ອນໄຫວທາງການທູດຂັ້ນສູງ. ທ່ານປະທານປະເທດ ເນັ້ນໜັກວ່າບັນດາການເຄື່ອນໄຫວທາງການທູດຕ້ອງໄດ້ຮັບການຜັນຂະຫຍາຍຢ່າງມີຈຸດສຸມ, ມີປະສິດທິຜົນ, ແທ້ດຈິງ, ຕິດແທດກັບບັນດາບຸລິມະສິດການຕ່າງປະເທດ, ຮັບປະກັນລັກສະນະສັງລວມ, ຄວາມດຸ່ນດຽງລະຫວ່າງບັນດາພາກພື້ນ ແລະ ຄູ່ຮ່ວມມືບົນພື້ນຖານແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ຫຼາຍຮູບຫຼາຍແບບ, ຫັນການພົວພັນການຕ່າງປະເທດເປັນຫຼາຍຝ່າຍ. ບັນດາການເຄື່ອນໄຫວທາງການທູດ ຕ້ອງມຸ່ງໄປເຖິງບັນດາເປົ້າໝາຍເປີດກວ້າງ ແລະ ເຮັດໃຫ້ການພົວພັນເລິກເຊິ່ງກ່ວາອີກ, ປັບປຸງຢ່າງໝັ້ນແກ່ນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ມີຄວາມສະດວກໃຫ້ແກ່ການພັດທະນາຂອງປະເທດຊາດ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມບົນເວທີສາກົນ, ປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະກອບສ່ວນປົກປັກຮັກສາປະເທດຊາດໂດຍໄວຈາກໄກ