ທ່ານປະທານສະພາຕ່ຳ ມາເລເຊຍ ເຂົ້າໄຫ້ວອາໄລສຸສານປະທານໂຮ່ຈີມິນ

(VOVWORLD) - ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato’ Johari Bin Abdul ແລະ ພັນລະຍາ Puan Sri Datin Noraini Binti Mohd ໄດ້ໄຫວ້ອາໄລຢູ່ສຸສານປະທານໂຮ່ຈີມິນ; ໄປຢ້ຽມຢາມເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັນມຽວ - ກວັກຕືຢາມ.
ທ່ານປະທານສະພາຕ່ຳ ມາເລເຊຍ ເຂົ້າໄຫ້ວອາໄລສຸສານປະທານໂຮ່ຈີມິນ   - ảnh 1ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato’ Johari Bin Abdul ແລະ ພັນລະຍາ Puan Sri Datin Noraini Binti Mohd ໄດ້ໄຫວ້ອາໄລຢູ່ສຸສານປະທານໂຮ່ຈີມິນ
(ພາບ: TTXVN)

        ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 23 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາຕ່ຳ ມາເລເຊຍ Tan Sri Dato’ Johari Bin Abdul ແລະ ພັນລະຍາ Puan Sri Datin Noraini Binti Mohd ໄດ້ໄຫວ້ອາໄລຢູ່ສຸສານປະທານໂຮ່ຈີມິນ; ໄປຢ້ຽມຢາມເຂດປູຊະນີຍະສະຖານແຫ່ງຊາດພິເສດ ວັນມຽວ - ກວັກຕືຢາມ.

        ທ່ານປະທານສະພາຕ່ຳ ມາເລເຊຍ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນສະພາຕ່ຳ ມາເລເຊຍ ໄດ້ຮັບຟັງການແນະນຳກ່ຽວກັບປະຫວັດສາດຄວາມເປັນມາ ແລະ ການພັດທະນາຂອງມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ, ເຊິ່ງແມ່ນບ່ອນຕິດພັນກັບມູນເຊື້ອມັກຮ່ຳມັກຮຽນຂອງຊາດ, ບ່ອນເຕົ້າໂຮມສິ່ງຍອດຍິ່ງໃນການຮ່ຳຮຽນໃນເມື່ອກ່ອນຂອງ ຫວຽດນາມ.

        ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 22 – 25 ຕຸລາ ຂອງທ່ານປະທານສະພາຕ່ຳ ມາເລເຊຍ ມີຄວາມໝາຍສຳຄັນ, ສືບຕໍ່ປັບປຸງ ແລະ ຊຸກຍູ້ການພົວພັນລັດຖະສະພາລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ມາເລເຊຍ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ