(VOVWORLD) - ພາຍຫຼັງເຮັດວຽກ 3 ວັນ (23 – 25 ມີນາ), ຕອນບ່າຍວັນທີ 25 ມີນາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV ໄດ້ຈັດວາລະປິດກອງປະຊຸມຄັ້ງທີ 2.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV) |
ກ່າວຄຳເຫັນປິດກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢັ້ງຢືນວ່າ ທີ່ກອງປະຊຸມຄັ້ງນີ້, ສູນກາງໄດ້ເປັນເອກະພາບຢ່າງສູງຕໍ່ບັນດາບັນຫາໃຫຍ່, ສຳຄັນຂອງພັກ ແລະ ປະເທດຊາດ, ພ້ອມກັນນັ້ນ, ກໍ່ເນັ້ນໜັກເຖິງບັນດາເນື້ອໃນວຽກງານເພື່ອໃຫ້ທັງລະບົບການເມືອງ ຕ້ອງຜັນຂະຫຍາຍໃນໄລຍະຈະມາເຖິງ. ເມື່ອເຕື້ອງເຖິງເປົ້າໝາຍນຳການເຕີບໂຕເສດຖະກິດບັນລຸລະດັບ 2 ຕົວເລກ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:
ໝູນໃຊ້ທຸກແຫຼ່ງກຳລັງທີ່ມີຢູ່ແລ້ວຢ່າງມີປະສິດທິຜົນທີ່ສຸດ, ສຸມໃສ່ ໃຫ້ບຸລິມະສິດ ຕໍ່ບັນດາໂຄງການຈຸດສຸມ ແລະ ຊຸກຍູ້ການຮ່ວມມືພາກລັດ - ເອກະຊົນ ເພື່ອເພີ່ມທະວີປະສິດທິຜົນໃນການລົງທຶນ ແລະ ຍົກສູງຄວາມສາມາດໃນການແກ້ງແຍ້ງແຫ່ງຊາດ. ການນຳໃຊ້ແຫຼ່ງກຳລັງຕ້ອງຕິດພັນກັບຫຼັກການວິທະຍາສາດ, ໄລ່ລຽງແຜນການບັນຊີເສດຖະກິດສັງຄົມຢ່າງຈະແຈ້ງ, ຮັບປະກັນການນຳໃຊ້ແຫຼ່ງເງິນທຶນຢ່າງມີປະສິດທິຜົນ, ແກ້ໄຂສະພາບການກະແຈກກະຈາຍ, ມີປະສິດທິຜົນຕ່ຳ, ຟຸມເຟືອຍ. ບັນດາໂຄງການທີ່ໄດ້ຮັບການຄັດເລືອກຕ້ອງມີການກະທົບຍຸດທະສາດຕໍ່ທົ່ວພື້ນຖານເສດຖະກິດ, ສ້າງມູນຄ່າເພີ່ມຢ່າງແທ້ຈິງ ແລະ ປະກອບສ່ວນປັບປຸງບັນດາໂຄງປະກອບພື້ນຖານໂຄງລ່າງຫຼັກແຫຼ່ງຂອງປະເທດຊາດ, ການເຕີບໂຕເສດຖະກິດສູງຕ້ອງຮັບປະກັນຮັບໃຊ້ຜົນປະໂຫຍດ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ແລະ ຄວາມຍຸຕິທຳສັງຄົມ.
ທ່ານເລຂາທິການໃຫຍ່ ໂຕເລິມ ປາດຖະໜາຢາກໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ມີການກະທຳຕາມທິດນຳ: ເປັນເຈົ້າຍຸດທະສາດ - ຢຶດໝັ້ນຕໍ່ສອງເປົ້າໝາຍຍຸດທະສາດ 100 ປີ - ຮ່ວມແຮງຮ່ວມໃຈ, ຕັດສິນໃຈ, ຂ້ຽວຂາດ ເພື່ອການດຳລົງຊີວິດທີ່ອີ່ມໜຳສຳລານ, ສົມບູນພູນສຸກຂອງປະຊາຊົນ.