ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມທາງລັດຖະກິດ ສປປ.ລາວ

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນພິເສດຂອງ ຫວຽດນາມ ໃນປີ 2025 ແລະ ກໍ່ແມ່ນການຢ້ຽມຢາມທາງລັດຖະກິດ ລາວ ເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຖານະຕຳແໜ່ງໃໝ່.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມທາງລັດຖະກິດ ສປປ.ລາວ - ảnh 1(ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ ວັດໄຕ, ນະຄຄອນຫຼວງ ວຽງຈັນ)

ຕອນເຊົ້າວັນທີ 01 ທັນວາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ ວັດໄຕ, ນະຄຄອນຫຼວງ ວຽງຈັນ, ເລີ່ມຕົ້ນບັນດາການເຄື່ອນໄຫວໃນຂອບເຂດຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສປປ.ລາວ ແລະ ເປັນປະທານຮ່ວມ ການພົບປະຂັ້ນສູງລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ.

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນພິເສດຂອງ ຫວຽດນາມ ໃນປີ 2025 ແລະ ກໍ່ແມ່ນການຢ້ຽມຢາມທາງລັດຖະກິດ ລາວ ເປັນຄັ້ງທຳອິດຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນຖານະຕຳແໜ່ງໃໝ່.

ກ່ອນໜ້ານັ້ນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ລາວ (02 ທັນວາ 1975 – 02 ທັນວາ 2025), ຕອນຄ່ຳວັນທີ 30 ພະຈິກ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ຈັດລາຍການສະແດງສິລະປະມິດຕະພາບ ລາວ - ຫວຽດນາມ. ໂດຍມີການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ; ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ພ້ອມກັບການນຳຂັ້ນສູງບັນດາກະຊວງ, ຄະນະ, ຂະແໜງການຂອງລາວ, ທ່ານ ຫງວຽນມິນເຕິມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ