ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບປະທານສະຫະພັນແມ່ຍິງ ລາວ
ທ່ານເລຂາທິການໃຫຍ່ Nguyen Phu Trong ຕ້ອນຮັບ
ທ່ານນາງສີໄສ ລືເດັດມູນສອນ ປະທານສະຫະພັນແມ່ຍິງ ລາວ
ພາບ:baodientuchinhphu.vn
|
(vovword)- ຕອນບ່າຍວັນທີ 3/5 ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຫະພັນແມ່ຍິງ ລາວ ໂດຍທ່ານນາງ ສີໄສ ລືເດັດມູນສອນ, ກຳມະການສູນກາງພັກ, ປະທານສະຫະພັນດັ່ງກ່າວ ນຳຫນ້າ ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ Nguyen Phu Trong ຢືນຢັນວ່າ: ການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດ ຕ້ອງຮັກສາ, ເສີມຂະຫຍາຍ. ທ່ານເລຂາທິການໃຫຍ່ Nguyen Phu Trong ຕີລາຄາສູງໝາກຜົນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມຄັ້ງນີ້ ຂອງຄະນະຜູ້ແທນສະຫະພັນແມ່ຍິງ ລາວ ກໍຄືໝາກຜົນແຫ່ງການຮ່ວມມືນັບມື້ນັບແຫນ້ນແຟ້ນ, ມີປະສິດທິຜົນລະຫວ່າງສະຫະພັນແມ່ຍິງສອງປະເທດໃນໄລຍະຜ່ານມາ, ທ່ານເລຂາທິການໃຫຍ່ Nguyen Phu Trong ປາດຖະຫນາວ່າ ສະຫະພັນແມ່ຍິງສອງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອສະຫງ່າລາສີຂອງຕົນ, ປະຕິບັດບັນດາຫນ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ, ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ລົງນາມຢ່າງມີປະສິດທິຜົນ ແລະ ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວຂອງ “ປີແຫ່ງຄວາມສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ”, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ ຍິ່ງໆຂຶ້ນ.