![ນັກຊ່ຽວຊານສປຊຕີລາຄາສູງຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບກໍລະນີຟ້ອງຮ້ອງຈີນຂອງຟີລິບປິນ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2016_08_05/chuyen%20gia%20luat%20lhq%20danh%20gia%20cao%20phan%20quyet%20cua%20pca.jpg)
ສາດສະດາຈານ Sean D. Murphy
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld) – ຄຳຕັດສິນປະກາດໃນວັນທີ 12/7 ກ່ຽວກັບບັນຫາທະເລຕາເວັນອອກຂອງສານອະນຸຍາໂຕຕຸລາການ ຢູ່ລາໄຮ, ປະເທດໂຮນລັງ ໄດ້ສ້າງປະຖົມປັດໄຈ, ພື້ນຖານນິຕິກຳເພື່ອໃຫ້ບັນດາຝ່າຍກ່ຽວຂ້ອງໃນພາກພື້ນສືບຕໍ່ປຶກສາຫາລື ແລະ ຮ່ວມມືໃນອະນາຄົດ. ນີ້ແມ່ນການຢັ້ງຢືນຂອງທ່ານ Sean D.Murphy, ສາດສະດາຈານກົດໝາຍຢູ່ມະຫາວິທະຍາໄລ George Washington (ປະເທດອາເມລິກາ), ພ້ອມທັງເປັນສະມາຊິກກຳມາທິການກົດໝາຍສາກົນຂອງ ສປຊ. ໃນຂອບເຂດບັນດາການປຶກສາຫາລືກ່ຽວກັບກົດໝາຍສາກົນໂດຍກຳມາທິການກົດໝາຍຂຶ້ນກັບ ຄະນະເລຂາຂອງອົງການການຄ້າໂລກ (WTO) ຈັດຕັ້ງໃນວັນທີ 29/7 ທີ່ສຳນັກງານ WTO (ເຊີແນວ, ປະເທດສະວິດ), ສາດສະດາຈານ Sean D.Murphy ໄດ້ແນະນຳກ່ຽວກັບກົດໝາຍສາກົນ ແລະ ບັນດາການຂັດແຍ້ງກັນກ່ຽວຂ້ອງເຖິງທະເລ, ໝູ່ເກາະ, ດ້ວຍກໍລະນີລະອຽດແມ່ນກໍລະນີຟ້ອງຮ້ອງຈີນ ຂອງ ຟີລິບປິນ ກ່ຽວຂ້ອງເຖິງການຂັດແຍ້ງກັບຢູ່ທະເລຕາເວັນອອກ. ກ່ຽວຂ້ອງເຖິງກໍລະນີຟ້ອງຮ້ອງນີ້, ສາດສະດາຈານ Murphy ໄດ້ເວົ້າຫຍໍ້ບັນດາຈຸດຕົ້ນຕໍຂອງກໍລະນີ, ໄຈ້ແຍກ 2 ເນື້ອໃນຕົ້ນຕໍແມ່ນເລື່ອງສານອະນຸຍາໂຕຕຸລາການຕັດສິນປະຕິເສດບັນດາຄຳຖະແຫຼງອະທິປະໄຕບໍ່ມີຫຼັກຖານຂອງ ຈີນ ກໍ່ຄືຄຳອະທິບາຍຂອງສານກ່ຽວກັບກົດລະບຽບສຳລັບບັນດາໂຄງປະກອບສ້າງເປັນເກາະ ຫຼື ຫີນ.