ນະ​ຄອນຫຼວງ ຮ່າ​ໂນ້ຍ ຕ້​ອງ​ແມ່ນ​ບ່ອນ​ພັດ​ທະ​ນາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ພູມ​ປັນ​ຍາ

(VOVWORLD) - ດ້ວຍຫົວຂໍ້ “ສາມັກຄີ, ປ່ຽນແປງໃໝ່, ປະດິດຄິດສ້າງ, ແຂ່ງຂັນກໍ່ສ້າງນະຄອນຫຼວງແຫ່ງອະລິຍະທຳ, ສີວິໄລ, ທັນສະໄໝ, ຜາສຸກ”, ຕອນເຊົ້າວັນທີ 10 ຕຸລາ, ນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມແຂ່ງຂັນຮັກຊາດໄລຍະ 2025 – 2030. ເຫດການຖືກຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງ ຄົບຮອບ 71 ປີ (10 ຕຸລາ 1954 – 10 ຕຸລາ 2025).

ນະ​ຄອນຫຼວງ ຮ່າ​ໂນ້ຍ ຕ້​ອງ​ແມ່ນ​ບ່ອນ​ພັດ​ທະ​ນາ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ພູມ​ປັນ​ຍາ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ (ພາບ: VOV)

        ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ປະທານສະພາແຂ່ງຂັນຍ້ອງຍໍສູນກາງ, ຢັ້ງຢືນວ່າ:

        “ບັນດາຂະບວນການແຂ່ງຂັນຕົ້ນຕໍແມ່ນບັນດາກຳລັງໜູນສຳຄັນຊຸກຍູ້ການພັດທະນາຂອງນະຄອນຫຼວງ, ສືບຕໍ່ຢັ້ງຢືນບົດບາດເປັນນະຄອນນຳພາເສດຖະກິດຂອງທົ່ວປະເທດ. ໂສມໜ້ານະຄອນຫຼວງ ມີການປ່ຽນແປງຢ່າງຈະແຈ້ງ ດ້ວຍບັນດາກິດຈະກຳພື້ນຖານໂຄງລ່າງຈຸດສຸມແຫ່ງຊາດທີ່ໄດ້ຮັບການລົງທຶນ, ກໍ່ສ້າງ, ໂດຍສະເພາະແມ່ນຊຸມປີຜ່ານມາ, ຍາມໃດກໍນຳໜ້າທົ່ວປະເທດໃນຫຼາຍດັດຊະນີຄື ວັດທະນະທຳ - ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ, ເບິ່ງແຍງດູແລຊີວິດຂອງປະຊາຊົນ, ປະຕິຮູບການບໍລິຫານ; ປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງອຳນາດການປົກຄອງຮາກຖານ ມີການຫັນປ່ຽນຢ່າງຕັ້ງໜ້າ”.

        ດ້ວຍຜູ້ແທນກ້າວໜ້າ, ນັກຮົບແຂ່ງຂັນ 600 ທ່ານ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາຜູ້ແທນສືບຕໍ່ເປັນແບບຢ່າງ, ເສີມຂະຫຍາຍກຳລັງຄວາມສາມາດ, ພຸມປັນຍາ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງ, ພະຍາຍາມ, ຍາມໃດກໍແມ່ນກຳລັງຫຼັກແຫຼ່ງ, “ແກ່ນສານ” ດີເດັ່ນຂອງບັນດາຂະບວນການແຂ່ງຂັນຮັກຊາດຢູ່ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນ.

    "ນະຄອນຫຼວງ ຮ່າໂນ້ຍ ຕ້ອງແມ່ນບ່ອນ: ເສີມຂະຫຍາຍກຳລັງຄວາມສາມາດ, ພູມປັນຍາຂອງຜູ້ມີຄວາມເກັ່ງກ້າສາມາດ; ແຜ່ຂະຫຍາຍວັດທະນະທຳມະນຸດ; ເປັນມິດສະໜິດສະໜົມກັບທຳມະຊາດ ແລະ ກ້າວເດີນພ້ອມກັບຍຸກສະໄໝ. ອວຍພອນໃຫ້ອົງຄະນະພັກອຳນາດການປົກຄອງ, ກອງທັບ, ປະຊາຊົນນະຄອນຫຼວງ ຍາມໃດກໍສາມັກຄີ, ຈິດໜຶ່ງໃຈດຽວ, ຕັດສິນໃຈນຳບັນດາຂະບວນການແຂ່ງຂັນຮັກຊາດພັດທະນາຢ່າງແຮງ, ປະກອບກຳລັງກໍ່ສ້າງນະຄອນຫຼວງພັດທະນາຢ່າງວ່ອງໄວ, ຍືນຍົງ, ເພື່ອພ້ອມກັນທົ່ວປະເທດກ້າວເດີນໃນສັງກາດໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ