ນະຄອນ ໂຮ່ຈີມິນ ຈະແມ່ນທ້ອງຖິ່ນທຳອິດກໍ່ສ້າງສູນຂໍ້ມູນ AI

(VOVWORLD) - ໂຄງການມີເປົ້າໝາຍແມ່ນກໍ່ສ້າງພື້ນຖານໂຄງລ່າງຂໍ້ມູນທີ່ທັນສະໄໝ, ບັນລຸມາດຕະຖານສາກົນ
ນະຄອນ ໂຮ່ຈີມິນ ຈະແມ່ນທ້ອງຖິ່ນທຳອິດກໍ່ສ້າງສູນຂໍ້ມູນ AI - ảnh 1ທີ່ພິທີລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມື
(ພາບ: TTXVN)

        ໂຄງການສູນຂໍ້ມູນ AI ຕັ້ງຢູ່ເຂດອຸດສາຫະກຳ ເຕິນຝູຈູງ, ນະຄອນ ໂຮ່ຈີມິນ, ດ້ວຍເງິນລົງທຶນ 2,1 ຕື້ USD ຈະໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 30 ເມສາ 2026. ນີ້ແມ່ນຂໍ້ມູນໂດຍນັກລົງທຶນຮ່ວມທຸລະກິດຍົກອອກມາທີ່ການພົບປະກັບ ທ່ານ ຫງວຽນວັນເດືອກ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ໃນຕອນເຊົ້າວັນທີ 11 ມີນາ.

          ໂຄງການໂດຍການຮ່ວມທຸລະກິດລະຫວ່າງບໍລິສັດ Accelerated Infrastructure Capital (AIC) ສົມທົບກັບບໍລິສັດພັດທະນາຕົວເມືອງ ກິງບັກ (KBC) ແລະ ບັນດາຄູ່ຮ່ວມມືອື່ນຜັນຂະຫຍາຍ. ໂຄງການໄດ້ຮັບການກຳນົດທິດ ກຽມພ້ອມທີ່ຈະສະໜອງກຳລັງຄວາມສາມາດລະບົບການປະມວນຂໍ້ມູນ (Computing) ຮັບໃຊ້ບັນດາຄວາມຕ້ອງການດ້ານປັນຍາປະດິດ, ປະມວນຂໍ້ມູນທີ່ມີສະມັດຕະພາບສູງໃຫ້ແກ່ລູກຄ້າຢູ່ພາຍໃນປະເທດ ແລະ ສາກົນ, ກໍ່ຄືບັນດາຄວາມຕ້ອງການປັນຍາປະດິດຂຶ້ນກັບສິດເປັນເຈົ້າຂອງ ຫວຽດນາມ.

       ໂຄງການມີເປົ້າໝາຍແມ່ນກໍ່ສ້າງພື້ນຖານໂຄງລ່າງຂໍ້ມູນທີ່ທັນສະໄໝ, ບັນລຸມາດຕະຖານສາກົນ; ຊຸກຍູ້ການຄົ້ນຄວ້າ ແລະ ນຳໃຊ້ປັນຍາປະດິດເຂົ້າໃນບັນດາຂະແໜງການ, ຂົງເຂດ; ປະກອບສ່ວນສ້າງລະບົບຊີວະພາບນະວັດຕະກຳ, ຄົ້ນຄວ້າ - ພັດທະນາເຕັກໂນໂລຊີ ແລະ ການພັດທະນາເສດຖະກິດດີຈີຕອນຢູ່ນະຄອນ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ