ນາຍົກລັດຖະມົນຕີສ.ບຸນກາຣີສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ
ທ່ານນາຍົກລັດຖະມົນຕີ ສ. ບຸນກາຣີ Plamen Vasilev Oresharski ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(ພາບ: TTXVN)
(vovworld) – ວັນທີ 9/4, ທ່ານນາຍົກລັດຖະມົນຕີ ສ. ບຸນກາຣີ Plamen Vasilev Oresharski ແລະ ພັນລະຍາໄດ້ເດີນທາງອອກຈາກນະຄອນ ເຫ້ວ, ສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົມງາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູ້ງ. ກ່ອນໜ້ານັ້ນ, ໃນການເຂົ້າຢ້ຽມຂຳ່ນັບທ່ານນາຍົກລັດຖະມົນຕີ ບຸນກາຣີ ແລະ ພັນລະຍາໃນວັນທີ 9/4, ທ່ານປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຫງວຽນກາວວັນ ປາດຖະໜາຢາກເພີ່ມທະວີການໜູນຊ່ວຍ ແລະ ການພົວພັນຮ່ວມມືກັບ ບຸນກາຣີ ໃນບັນດາຂົງເຂດການຮ່ວມມືລົງທຶນ, ການຄ້າ ການຕຳ່ແຜ່ນຕັດຫຍິບ, ພະລັງງານ..., ໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ສາທາລະນະສຸກ ແລະ ຍົກສູງການພົວພັນຮ່ວມມືລະຫວ່າງ ບັນດາອຳນາດການປົກຄອງທ້ອງຖີ່ນຂອງ ບຸນກາຣີ ແລະ ແຂວງ ເທື່ອທຽນເຫ້ວ… ທ່ານນາຍົກລັດຖະມົນຕີ Plamen Vasilev Oresharski ເຊື່ອໝັ້ນວ່າ: ບັນດາທ້ອງຖີ່ນຂອງ ບຸນກາຣີ ແລະ ເທື່ອທຽນເຫ້ວ ຈະມີສາຍພົວພັນຮ່ວມມືໝັ້ນຄົງ, ຍາວນານໃນທຸກຂົງເຂດ.
ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ (ແຕ່ວັນທີ 6 – 9/4/2014), ທ່ານນາຍົກລັດຖະມົນຕີ ບຸນກາຣີ ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ເຂົ້າຢ້ຽມຂຳ່ນັບທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ໃນການພົບປະຄັ້ງຕ່າງໆ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການຢູ່ແຕ່ລະປະເທດ, ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍລ້ວນແຕ່ສະແດງຄວາມເພິງພໍໃຈຮັບຮູ້ບັນດາການພັດທະນາສຳຄັນໃນການພົວພັນ ຫວຽດນາມ - ບຸນກາຣີ ແລະ ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ - ການສຶກສາ - ບຳລຸງສ້າງ... ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນ 2 ປະເທດສ້າງຕັ້ງສາຍພົວພັນທາງການທຸດ ແລະ ຜັນຂະຫຍາຍການປະຕິບັດ “ຮູບແບບການຮ່ວມມືເສດຖະກິດໃໝ່”, ນຳການພົວພັນ 2 ປະເທດພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດໃນອະນາຄົດ.