ຍີ່​ປຸ່ນ: ປະ​ທານ LDP ຄົນ​ໃໝ່​ຄາດ​ວ່າ​ຈະ​ຍູບ​ເລີກ ສະ​ພາ​ຕ່ຳ​ໃນ​ເດືອນ​ຕຸ​ລາ

(VOVWORLD) - ທ່ານ Shigeru Ishiba ປະທານ ພັກປະຊາທິປະໄຕເສລີພາບ (LDP) ກຳອຳນາດ ຄົນໃໝ່ຢູ່ຍີ່ປຸ່ນ ໄດ້ຕົກລົງ ຈະຍຸບເລີກ ສະພາຕ່ຳໃນເດືອນຕຸລາ ເພື່ອເປີດຊ່ອງທາງໃຫ້ແກ່ການເລືອກຕັ້ງກ່ອນເວລາກຳນົດ.
ຍີ່​ປຸ່ນ: ປະ​ທານ LDP ຄົນ​ໃໝ່​ຄາດ​ວ່າ​ຈະ​ຍູບ​ເລີກ ສະ​ພາ​ຕ່ຳ​ໃນ​ເດືອນ​ຕຸ​ລາ - ảnh 1ທ່ານ Shigeru Ishiba ປະທານ ພັກປະຊາທິປະໄຕເສລີພາບ (LDP) ກຳອຳນາດ ຄົນໃໝ່
(ພາບ: Kyodo/TTXVN)

ຂໍ້ມູນນີ້ໂດຍທ່ານ Ishiba ຍົກອອກມາໃນລາຍການໂທລະພາບຂອງສະຖານທີ່ກະຈາຍສຽງ ແລະ ໂທລະພາບສາທາລະນະ NHK ອອກອາກາດໃນວັນທີ 29 ກັນຍາ. ການເລືອກຕ້ັງທົ່ວປະເທດຄັ້ງຕໍ່ໄປ ອາດຈະດຳເນີນໃນວັນທີ 27 ຕຸລາ ຫຼືວັນທີ 10 ພະຈິກ.

ທ່ານ ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ Shigeru Ishiba ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານ LDP ຢ່າງເປັນທາງການໃນການປ່ອນບັດເລືອກຕັ້ງໃນວັນທີ 27 ກັນຍາ ທີ່ຜ່ານມາ, ໃນການຫາສຽງເລືອກຕັ້ງຄັ້ງທີ 5 ເຂົ້າດຳລົງຕຳແໜ່ງນີ້. ຕາມແຜນການແລ້ວ, ກອງປະຊຸມວິສາມັນຂອງສະພາແຫ່ງຊາດຍີ່ປຸ່ນ ເພື່ອເລືອກຕັ້ງຜູ້ດຳລົງຕຳແໜ່ງນາຍົກລັດຖະມົນຕີ ຄົນຕໍ່ໄປ ຈະດຳເນີນໃນວັນທີ 1 ຕຸລາ. ດ້ວຍເລື່ອງ LDP ກວມເອົາ ທີ່ນັ່ງສ່ວນຫຼາຍໃນສະພາແຫ່ງຊາດ, ເບິ່ງຄືວ່າ ແນ່ນອນແລ້ວທີ່ ທ່ານ Shigeru Ishiba ຈະແມ່ນນາຍົກລັດຖະມົນຕີ ຄົນທີ 102 ຂອງຍີ່ປຸ່ນ. ຕາມ NHK ແລ້ວ, ທ່ານ Shigeru Ishiba ຈະປະກາດການຄັດເລືອກບຸກຄະລາກອນໃນ LDP ໃນວັນທີ 30 ກັນຍາ ແລະ ພາກສ່ວນຂອງຄະນະລັດຖະບານ ໃນວັນທີ 1 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ