ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ ອິນ​ເດຍ

(VOVWORLD) -ຕອນບ່າຍວັນທີ 13 ເມສາ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ເພື່ອແລກປ່ຽນກ່ຽວກັບການຮ່ວມມືປ້ອງກັນ ແລະ ສະກັດກັ້ນໂລກລະບາດ ແລະ ເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.
ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​ຟຸກ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ ອິນ​ເດຍ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມື ແລະ ໜູນຊ່ວຍ ອິນເດຍໃນຄວາມສາມາດຂອງຕົນ; ພ້ອມທັງສະເໜີວ່າ ລັດຖະບານ ແລະ ບັນດາອົງການກ່ຽວຂ້ອງຂອງ ອິນເດຍ ເອົາໃຈໃສ່ສ້າງເງື່ອນໄຂໃຫ້ພົນລະເມືອງຫວຽດນາມອຸ່ນອຽນໃຈດໍາລົງຊີວິດ ແລະ ຮໍ່າຮຽນຢູ່ ອິນເດຍ. ສ່ວນທ່ານ ນາຍົກລັດຖະມົນຕີ ອິນເດຍ Narendra Modi ຕີລາຄາສູງຄວາມມານະພະຍາຍາມ ແລະ ບັນດາມາດຕະການຂອງລັດຖະບານຫວຽດນາມໃນການຮັບມືກັບໂລກລະບາດໂຄວິດ - 19; ພ້ອມທັງຢັ້ງຢືນບົດບາດຂອງຫວຽດນາມ ໃນປີເປັນປະທານ ອາຊຽນ 2020.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີສອງປະເທດ ກໍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ, ປະສົບການໃນການປ້ອງກັນ, ສະກັດກັ້ນໂລກລະບາດໃນປັດຈຸບັນ; ເຫັນດີເປັນເອກະພາບ ບໍ່ປະໃຫ້ສາຍພົວພັນຂອງສອງປະເທດຖືກຊັກຢຸດສະງັກຍ້ອນຜົນກະທົບຈາກໂລກລະບາດ, ພ້ອມກັນມານະພະຍາຍາມເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເລິກເຊິ່ງກວ່າ; ມຸຸ່ງໄປເຖິງການບັນລຸຄາດໝາຍ ວົງເງິນການຄ້າສອງສົ້ນໃຫ້ໄດ້ 15 ຕື້ USD ໃນປີ 2020. 

ຕອບກັບ

ຂ່າວ/ບົດ​ອື່ນ