(vovworld) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ພັນລະຍາ, ວັນທີ 16/1, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມຕ່າງປະເທດ ຄັ້ງທຳອິດຂອງທ່ານ Shinzo Abe ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ນີ້ກໍ່ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 2 ໃນຖານະເປັນນາຍົກລັດຖະມົນຕີ ຂອງທ່ານ Shinzo Abe ພາຍຫຼັງການຢ້ຽມຢາມເມື່ອເດືອນ 11/2006 ໃນອາຍຸການກ່ອນ. ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງກ່ວາອີກ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ.... ແລະກໍ່ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ປະກາດໄຂປີມິດຕະພາບ ຫວຽດນາມ - ຍີ່ປຸ່ນ 2013 ເພື່ອສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ.
ເນື່ອງໃນໂອກາດນີ້, ພາຍຫຼັງພາກຂ່າວນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ແນະນຳບົດຂຽນພາດຫົວຂໍ້ວ່າ: “ສ້າງໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່່ປຸ່ນ ໃຫ້ເລິກເຊິ່ງກ່ວາອີກ”, ເຊີນທ່ານຕິດຕາມຮັບຟັງ.