ທ່ານນາຍົກລັດຖະມົນຕີຈະເປັນນັກປາຖະກະຖາຂອງ Shangri – La ຄັ້ງທີ 12
(ພາບ: ອິນເຕີແນດ)
(vovworld) – ບັນດາລັດຖະມົນຕີກະຊວງປ້ອງກັນປະເທດ, ເຈົ້າໜ້າທີ່ປ້ອງກັນປະເທດຂັ້ນສູງ, ພ້ອມກັບບັນດານັກໄຈ້ແຍກສາກົນແຖວໜ້າຂອງ 27 ປະເທດຢູ່ພາກພື້ນອາຊີ - ປາຊີຝິກ, ອາເມລິກາເໜືອ ແລະ ເອີລົບ ຈະເຂົ້າຮ່ວມກອງປະຊຸມຂັ້ນສູງປ້ອງກັນຄວາມສະຫງົບອາຊີ (ການໂອ້ລົມສົນທະນາ Shangri – La) ຄັ້ງທີ 12 ເຊິ່ງຈັດຕັ້ງຢູ່ສິງກະໂປ ໃນລະຫວ່າງວັນທີ 31/5 – 2/6. ນີ້ແມ່ນເວທີປາໄສເພື່ອປຶກສາຫາລື ແລະ ໄຈ້ແຍກບັນດາບັນຫາປ້ອງກັນຊາດ ປ້ອງກັນຄວາມສະຫງົບຢູ່ພາຍໃນ ແລະ ນອກພາກພື້ນອາຊີ, ແລກປ່ຽນບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ເພີ່ມທະວີການຮ່ວມມືປ້ອງກັນຄວາມສະຫງົບໃນພາກພື້ນ. ນັກປາຖະກະຖາຂອງ Shangri – La ຄັ້ງທີ 12 ແມ່ນທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ. ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງ ໃນ Shangri – La ຄັ້ງທີ 12 ແລະ ທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາປ້ອງກັນຊາດໃນປະຈຸບັນ ກໍ່ຄືກາລະໂອກາດແກ້ໄຂການພິພາດ ຈະເພີ່ມຄວາມແຮງພໍສົມຄວນໃຫ້ແກ່ການປຶກສາຫາລືທີ່ສຳຄັນກ່ຽວກັບຄວາມໝັ້ນຄົງໃນພາກພື້ນ, ເຊິ່ງຈະດຳເນີນຢູ່ Shangri – La .