ບັນດານະຄອນຂຶ້ນກັບສູນກາງ ຕ້ອງພັດທະນາ ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຢ່າງໝັ້ນຄົງ

ບັນດານະຄອນຂຶ້ນກັບສູນກາງ ຕ້ອງພັດທະນາ ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຢ່າງໝັ້ນຄົງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 25/03, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ຮອງ​ປະທານ​ສະພາ​ແຂ່ງ​ຂັນ​ຍ້ອງຍໍ​ສູນ​ກາງ​ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລົງ​ນາມ​ໃນຄຳ​ໝັ້ນ​ສັນຍາແຂ່ງ​ຂັນກຸ່ມ, 5 ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ປີ 2014 (​ເຊິ່ງລວມມີ: ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ, ຫາຍ​ຟ່ອງ, ​ເກີນ​ເທີ ​ແລະ ດ່າ​ນັ້ງ). ກ່າວ​ຄຳ​ເຫັນຢູ່​ນະຄອນ​ຫາຍ​ຟ່ອງ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ເອົາ​ໃຈ​ໃສ່​ວ່າ 5 ນະຄອ​ນຕ້ອງ​ເພີ່ມ​ທະວີ​ການ​ແປງ​ປັນ​ບົດຮຽນ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ມີ​ຄຸນະພາບ​ສູງ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດຕາມ​ຄວາມ​ຕ້ອງການຂອງ​ວິ​ສາ​ຫະກິດ, ການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ຕີ​ລາຄາ​ສະມັດ​ຕະພາບ​ແຮງ​ງານ​ໂດຍ​ອີ່​ງ​ໃສ່​ບັນດາ​ປັດ​ໃຈ​ສັງລວມ. ຄຽງ​ຂ້າງ​ການ​ພັດທະນາ​ເສດຖະກິດ, ຕ້ອງ​ຮັບປະກັນພັ​ດທະນາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມຢ່າງ​ໝັ້ນຄົງຄື: ນຳ​ໃຊ້​ເສດຖະກິດ​ຂຽວ​ໃນ​ການ​ພັດທະນາ​ເສດຖະກິດ, ດຳ​ເນີນ​ທຸລະ​ກິດ, ພ້ອມ​ທັງ​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ດ້ານວັດທະນະທຳ, ທ່າ​ແຮງ​ດ້ານວັດ​ທະ​ນະ​ທຳ​ເຂດ​ພາກ; ກໍ່ສ້າງ, ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ຂອງຄອບຄົວ.

ຂ່າວ/ບົດ​ອື່ນ