![ປຸກລະດົມວັນສິດຂອງຜູ້ຊົມໃຊ້ຫວຽດນາມ 15/3 - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/tpuokbj/2017_03_13/tieu dung.jpg)
ພາບປະກອບ
|
(vovworld) - ຕອນຄ່ຳວັນທີ 12/3, ຢູ່ນະຄອນ ໂຮ່ຈີມິນ, ກະຊວງອຸດສາຫະກຳ ການຄ້າ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງພິທີປຸກລະດົມ ວັນສິດຂອງຜູ້ຊົມໃຊ້ ຫວຽດນາມ (15/3). ກ່າວຄຳເຫັນນະທີ່ນີ້, ທ່ານ ເຈີ່ນຕ໋ວນແອງ, ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ, ໃຫ້ຮູ້ວ່າ ວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ເຖິງວ່າ ມີໝາກຜົນຕັ້ງໜ້າຫຼາຍຢ່າງກໍ່ຕາມ, ແຕ່ຍັງມີຫຼາຍວຽກງານຄວນຍູ້ແຮງ ແລະ ເພີ່ມທະວີເພື່ອຮັບປະກັນປະສິດທິຜົນໃນໄລຍະຈະມາເຖິງ. ນັ້ນແມ່ນການໂຄສະນາ, ສຶກສາເພື່ອຍົກສູງສະຕິຄວາມຮັບຮູ້ຂອງຜູ້ຊົມໃຊ້, ປັບປຸງລະບົບບັນດາອົງການຄຸ້ມຄອງລັດ ທີ່ກ່ຽວຂ້ອງເຖິງການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້, ກໍ່ຄືການເຂົ້າຮ່ວມຂອງທົ່ວສັງຄົມໃນວຽກງານນີ້.