ປັນຍາຊົນຫວຽດນາມ ຢູ່ຝະລັ່ງອ່ວາຍເມືອຫາ ບ້ານເກີດເມືອງນອນ
ທ່ານເຢືອງຈິຢຸງກ່າວຄຳເຫັນທີ່ການພົບປະ
(ພາບ: vov)
(vovworld)- ປະຊາຄົມນັກປັນຍາຊົນທີ່ເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ ລວມປະມານ 40.000 ຈະຊຸກຊຸກຍູ້ຂະບວນການສະໜັບສະໜູນຫວຽດນາມ ຢ່າງແຮງກ່ວາອີກ. ນັ້ນແມ່ນຄວາມໃນໃຈຂອງບັນດາຜູ້ຕາງໜ້ານັກປັນຍາຊົນທີ່ເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ ໃນການພົບປະສ້າງສັນດ້ວຍຫົວເລື່ອງ “ນັກປັນຍາຊົນທີ່ເປັນຊາວຫວຽດນາມ ອາໄສຢູ່ຝະລັ່ງ ກັບພາລະກິດເຊື່ອມໂຍງ ແລະ ພັດທະນາປະເທດຊາດ“ ທີ່ຫາກໍ່ຈັດຂຶ້ນຢູ່ຝະລັ່ງ. ນະທີ່ນີ້, ທ່ານເຢືອງຈີຢຸງ ເອກອັກຄະລັດຖະທູດຫວຽດນາມ ປະຈຳຝະລັ່ງ ໄດ້ຕີລາຄາສູງຄວາມສຸດຈິດສຸດໃຈ ແລະ ຄວາມສາມາດຂອງນັກປັນຍາຊົນຫວຽດນາມ ອາໄສຢູ່ຝະລັ່ງ ແລະ ຮຽກຮ້ອງນັກປັນຍາຊົນ ຫວຽດນາມ ອາໄສຢູ່ຝະລັ່ງ ສືບຕໍ່ປະກອບຄວາມສາມາດວິທະຍາສາດ ແລະ ເຕັກໂນໂລຊີໃຫ້ແກ່ປະເທດຊາດ:
“ຍຸດທະສາດເຊື່ອມໂຍງຂອງຫວຽດນາມ ໃນປະຈຸບັນບໍ່ພຽງແຕ່ແມ່ນດ້ານເສດຖະ ກິດເທົ່ານັ້ນ, ຫາກຍັງໄດ້ຍູ້ແຮງການເຊື່ອມໂຍງຮອບດ້ານໃນບັນດາຂົງເຂດອື່ນອີກຄື: ການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ…. ພວກຂ້າພະເຈົ້າປາດຖະໜາວ່າ,, ດ້ວຍການຝຶກຝົນຫຼໍ່ຫຼອມຢູ່ປະເທດຝະລັ່ງເປັນເວລາຫຼາຍປີ, ທີ່ເວທີປາໄສນີ້, ບັນດານັກປັນຍາຊົນຫວຽດນາມ ຈະສືບຕໍ່ເສີມຂະຫຍາຍ, ປະກອບສ່ວນຫຼາຍກ່ວາອີກ, ເອົາໃຈໃສ່ເຖິງບັນດາບັນຫາໃຫ່ຍ, ບັນດາບັນຫາທີ່ມີລັກສະນະຍຸດທະຍາດສຳລັບຫວຽດນາມ ໃນປະຈຸບັນ“./.