(VOVWORLD) - ໃນຈຳນວນກຳມະການສົມບູນ 180 ສະຫາຍທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້, ຂັ້ນບັນດາອົງການສູນກາງມີ 123 ສະຫາຍ, ຂັ້ນທ້ອງຖິ່ນມີ 57 ສະຫາຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນ
(ພາບ: TTXVN)
|
ຕອນບ່າຍວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະກາດໝາກຜົນ ແລະ ຮັບຮອງເອົາລາຍຊື່ບັນດາກຳມະການທີ່ໄດ້ຮັບການຄັດເລືອກເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV. ລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV ທີ່ໄດ້ປະກາດໃນຕອນຄ່ຳວັນທີ 22 ມັງກອນ, ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. ຈຳນວນກຳມະການສູນກາງພັກໄດ້ຮັກສາໄວ້ຄືເກົ່າເມື່ອທຽບໃສ່ກອງປະຊຸມໃຫຍ່ສະໄໝທີ XIII ຂອງພັກ.
ໃນຈຳນວນກຳມະການສົມບູນ 180 ສະຫາຍທີ່ໄດ້ຮັບການເລືອກຕັ້ງໃນຄັ້ງນີ້, ຂັ້ນບັນດາອົງການສູນກາງມີ 123 ສະຫາຍ, ຂັ້ນທ້ອງຖິ່ນມີ 57 ສະຫາຍ.
ໃນຈຳນວນບັນດາສະຫາຍຢູ່ອົງການສູນກາງທີ່ຖືກເລືອກຕັ້ງມີ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເລມິງຮືງ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ເຈິ່ນຊີ້ແທັງ, ຫົວໜ້າຄະນະກວດກາສູນກາງ; ທ່ານນາງ ຟ້າມທິແທັງຈ່າ, ຮອງນາຍົກລັດຖະມົນຕີ; ທ່ານ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ; ທ່ານນາງ ດ່າວຮົ່ງລານ, ລັດຖະມົນຕີກະຊວງສາທາລະນະສຸກ; ທ່ານ ຫງວຽນກິມເຊີນ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ; ທ່ານ ໂດ້ຕຽນຊີ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ…
ວັນທີ 23 ມັງກອນ, ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຈະດຳເນີນກອງປະຊຸມຄັ້ງປະຖົມມະລຶກ, ເລືອກຕັ້ງກົມການເມືອງ, ຄະນະເລຂາທິການສູນກາງພັກ, ຄະນະກວດກາສູນກາງ, ຫົວໜ້າຄະນະກວດກາສູນກາງ.