ປະກາດເລີ່ມປະຕິບັດໂຄງການເຂດອຸດສາຫະກຳຮວ່ານິງ ດ່າໜັງ
(VOVWORLD) - ເຂດອຸດສາຫະກຳຮວ່ານິງ ຫວັງວ່າ ຈະກາຍເປັນໜຶ່ງໃນບັນດາເຂດອຸດສາຫະກໍາທີ່ທັນສະໄໝທີ່ສຸດໃນພາກກາງ, ກາຍເປັນຈຸດເດັ່ນໃນແຜນທີ່ອຸດສາຫະກຳຂອງ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ - ສັງຄົມຫຼາຍຢ່າງໃຫ້ແກ່ນະຄອນ ດ່າໜັງ ແລະ ເຂດໃກ້ຄຽງ.
ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ (ພາບ: VOV) |
ຕອນເຊົ້າວັນທີ 18 ກຸມພາ, ຢູ່ນະຄອນ ດ່າໜັງ ໄດ້ຈັດພິທີປະກາດ, ເລີ່ມປະຕິບັດໂຄງການລົງທຶນກໍ່ສ້າງ ແລະ ດຳເນີນທຸລະກິດໂຄງປະກອບໂຄງລ່າງເຂດອຸດສາຫະກຳ ຮວ່ານິງ. ໂຄງການດັ່ງກ່າວ ໂດຍບໍລິສັດຫຸ້ນສ່ວນ ແທງບິ່ງຝຸໝີ ເປັນເຈົ້າການລົງທຶນຜັນຂະຫຍາຍປະຕິບັດໂຄງການທີ່ມີຂອບຂະໜາດກວ່າ 400 ເຮັກຕາ ຢູ່ຕາແສງຮວ່ານິງ, ເມືອງ ຮວ່າວາງ. ໂຄງການດັ່ງກ່າວ ມຸ່ງໄປເຖິງເປົ້າໝາຍພັດທະນາເຂດອຸດສາຫະກຳລົງເລິກ, ເປັນມິດກັບສິ່ງແວດລ້ອມ, ນຳໃຊ້ທ່າໄດ້ປຽບກ່ຽວກັບທີ່ຕັ້ງຢູ່ໃກ້ທ່າກ່ຳປັ່ນນ້ຳເລິກ ລຽນຈຽວ, ສະໜາມບິນສາກົນ ດ່າໜັງ ແລະ ເຂດການຄ້າເສລີ ດ່າໜັງ ຢ່າງສຸດຂີດ. ເຂດອຸດສາຫະກຳຮວ່ານິງ ຫວັງວ່າ ຈະກາຍເປັນໜຶ່ງໃນບັນດາເຂດອຸດສາຫະກໍາທີ່ທັນສະໄໝທີ່ສຸດໃນພາກກາງ, ກາຍເປັນຈຸດເດັ່ນໃນແຜນທີ່ອຸດສາຫະກຳຂອງ ຫວຽດນາມ, ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ - ສັງຄົມຫຼາຍຢ່າງໃຫ້ແກ່ນະຄອນ ດ່າໜັງ ແລະ ເຂດໃກ້ຄຽງ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ ເນັ້ນໜັກວ່າ:
“ນະຄອນດ່າໜັງ ຍາມໃດກໍຖືເປັນສຳຄັນບົດບາດ, ກຽມພ້ອມຮ່ວມເດີນທາງພ້ອມກັບບັນດານັກລົງທຶນ, ຄູ່ຮ່ວມມືໃນວິວັດການພັດທະນາ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສ້າງທຸກເງື່ອນໄຂສະດວກທີ່ສຸດເພື່ອໃຫ້ໂຄງການໄດ້ຮັບການຜັນຂະຫຍາຍຖືກຕ້ອງຕາມກຳນົດເວລາ, ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ”.